ເພຈ໌ Lao Youth Radio FM 90.0 Mhz ໂພສເລື່ອງລາວນີ້
ສຸດແປກ ເທດສະການແກວ່ງຂີ້ງົວໃສ່ກັນ ທີ່ປະເທດອິນເດຍ
ລັດ Tamil Nadu, ປະເທດອິນເດຍ ໄດ້ມີເທດສະການແກວ່ງຂີ້ງົວໃສ່ກັນ ໂດຍຊາວໄດ້ຕັກຂີ້ງົວມາກອງແລ້ວປັ້ນເປັນກ້ອນ ແລະ ແກວ່ງໃສ່ກັນຄືກັບກ້ອນຫິມະ ໃນອາທິດທີ່ຜ່ານມາ ເນື່ອງໃນເທດສະການ Gorehabba ເຊິ່ງເປັນ
ສ່ວນໜຶ່ງຂອງງານເທດສະການ Diwali ຫຼື ງານປີໃໝ່ຂອງຊາວຮີນດູ ເປັນເທດສະການສຳຄັນຂອງອິນເດຍ
ເທດສະການນີ້ ຫຼາຍເຂດໂດຍສະເພາະທີ່ລັດ Tamil Nadu ທາງພາກໃຕ້ຂອງອິນເດຍ ຈະມີການຈັດງານເທດສະການແກວ່ງຂີ້ງົວໃສ່ກັນ ເຊິ່ງເປັນປະເພນີທ້ອງຖິ່ນຈັດສືບຕໍ່ກັນມາຫຼາຍຮ້ອຍປີ.