ຄົນບ້ານດຽວກັນຍັງຕົວະລົງຄໍ ແທນທີ່ຈະຊ່ວຍເຫຼືອ

ຄົນບ້ານດຽວກັນຍັງຕົວະລົງຄໍ ແທນທີ່ຈະຊ່ວຍເຫຼືອ

ທີ່ຜ່ານມາເຮົາເຫັນກັນເລື້ອຍຢູ່ເລື່ອງຖືກຕົວະເສຍເງິນໃຫ້ນາຍໜ້າ, ສ່ວນໃຫຍ່ຈະເປັນຄົນລາວຖືກຕົວະໄປປະເທດອື່ນບາດແລ້ວສູນເງິນເປົ່າ ແຕ່ບັດນີ້ເປັນຕ່າງປະເທດຕົ້ມກັນເອງເພາະຢາກກັບບ້ານໃນຊ່ວງໂຄວິດທີ່ບໍມີວຽກເຮັດງານທຳຢູ່ລາວ.

ເຫດກໍ່ຄືວ່າ: ມີຄົນຈີນຈຳນວນໜຶ່ງຖືກຄົນຈີນຄືກັນທີ່ເປັນນາຍໜ້າຕົວະເອົາເງິນໂດຍອ້າງເຫດຜົນວ່າສາມາດສົ່ງເຂົາກັບຄືນປະເທດຈີນໄດ້ ໃຫ້ຈ່າຍເງິນເປັນຄ່າບໍລິການຕ່າງໆ ແລ້ວຄົນຈີນຈຳນວນ 35 ຄົນກໍ່ເສຍຫົວໃຫ້ລາຍລະ 1.500 ຢວນ(ສະກຸນເງິນຈີນ) ຕົກເປັນເງິນກີບປະມານ 1  ລ້ານປາຍກີບຕໍ່ຄົນ.

ເມື່ອຮັບຮູ້ເລື່ອງລາວດັ່ງກ່າວ ເຈົ້າໜ້າທີ່ແຂວງບໍ່ແກ້ວແມ່ນໄດ້ມີຄວາມເອົາໃຈໃສ່ຕິດຕາມ ກຸ່ມນາຍໜ້າທີ່ຕົວະເອົາເງິນດັ່ງກ່າວ ແລະຍັງໂຊກດີທີ່ສາມາດນຳຕົວພ້ອມເງິນມາຄືນຜູ້ເສຍຫາຍທັງໝົດ.

ດັ່ງນັ້ນ, ຄັ້ງວັນທີ 04/11/2020 ເຈົ້າໜ້າທີ່ພະແນກ ຕມ ກອງບັນຊາການ ປກສ ແຂວງບໍ່ແກ້ວ ໄດ້ສົ່ງເງິນຄືນໃຫ້ຄົນຕ່າງປະເທດສັນຊາດຈີນ ທີ່ຖືກຕົວະ ຈໍານວນ 35 ຄົນ ເປັນເງິນ ຄົນລະ 1.500 ຢວນ ລວມທັງໝົດ 52.500 ຢວນ ຢູ່ທີ່ຫ້ອງການຄັງເງິນແຂວງ ບ້ານໃຫຍ່ຫ້ວຍຊາຍເໜືອ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ພາບ-ຂ່າວໂດຍ: ປກສ ແຂວງບໍ່ແກ້ວ

ຂ່າວທົ່ວໄປ