ແມ່ເຖົ້າເປີດໃຈ ເລົ່ານາທີຫລານເນລະຄຸນ ເຂົ້າຕົບຫົວ ໃຊ້ໄມ້ທຸບຊ້ຳ ແຄ່ນັ້ນຍັງບໍ່ພໍໃຈ ບອກໃຫ້ປານໄຟໃສ່ນ້ຳມັນ ຊ້ຳບໍ່ແລ້ວຍັງຖືກລູກສາວຄົນເລັກບັງຄັບໃຫ້ກາບນົບຕີນ
ຈາກກໍລະນີວິພາກວິຈານທົ່ວໂລກອອນໄລ ຫລັງຜູ້ໃຊ້ເຟຊບຸ໊ກທ່ານຫນຶ່ງອອກມາໂພສຄລິບ ພ້ອມເລົ່າເລື່ອງລາວສາວຄົນຫນຶ່ງທີ່ລາວເຜີຍວ່າເປັນຫລານຂອງຍິງໃນຄລິບຊຶ່ງມີການຜິດຖຽງດ່າກັນຢ່າງຮຸນແຮງເຖິງຂັ້ນລົງໄມ້ລົງມືກັບຜູ້ເປັນແມ່ເຖົ້າທີ່ລ້ຽງລາວມາ ນອກຈາກນີ້ຄົນໃນຄອບຄົວຍັງສົ່ງເສີມເຊຍບໍ່ຫ້າມ ປ່ອຍໃຫ້ເຫດການເຊັ່ນນີ້ເກີດຂຶ້ນຢ່າງບໍ່ດູດຳດູດີຜູ້ເປັນແມ່ເຖົ້າ
ລ່າສຸດທາງແມ່ເຖົ້າຜູ້ຖືກທຳຮ້າຍໃນຄລິບໄດ້ອອກມາເປີດໃຈເຖິງເຫດການທີ່ເກີດຂຶ້ນ ວ່າຕົນນັ້ນຮູ້ສຶກເສຍໃຈຫລາຍທີ່ຫລານມາທຳເຊັ່ນນີ້ກັບຕົນ ຊຶ່ງກ່ອນຫນ້າແມ້ຈະມີປາກສຽງກັນແຕ່ຫລານຄົນນີ້ກໍ່ບໍ່ເຄີຍລົງໄມ້ລົງມືຮຸນແຮງເຊັ່ນນີ້ ໂດຍເຫດການທີ່ເກີດຂຶ້ນມາຈາກຕົນບອກຫລານວ່າບໍ່ໃຫ້ຈຸດປະທັດເພາະສຽງດັງແລະຈຸດຕິດຕໍ່ກັນຫລາຍມື້ດ້ວຍ ທັ້ງນີ້ການຈຸດປະທັດນີ້ຖືເປັນປະເພນີສືບທອດກັນມາຂອງທີ່ບ້ານ ຫາກມີຄົນເສຍຊີວິດເຖິງຈະມີການຈຸດປະທັດ ແຕ່ຜູ້ເປັນແມ່ເຖົ້າຢ້ານວ່າຊາວບ້ານທີ່ໄດ້ຍິນສຽງຈະຄິດວ່າມີຄົນຕາຍ ຈຶ່ງໄດ້ອອກມາຮ້ອງຫ້າມ ແຕ່ກັບຖືກຫລານດ່າສວນມາແກ່ບໍ່ມີຫັວສະມອງ ດ່າຕົນຕ່າງໆນາໆ ເຈັບສຸດຄືຖືທ່ອນໄມ້ມາໂຍນໃສ່ແມ່ເຖົ້າ ແລ້ວກໍ່ຕົບຕີຈີກຜົມກັນຕາມຄລິບ
ນອກຈາກນີ້ລູກສາວຂອງແມ່ເຖົ້າຊຶ່ງເປັນນ້າຂອງຫລານຍັງໄດ້ບັງຄັບໃຫ້ແມ່ເຖົ້າກາບຕີນ ແມ່ເຖົ້າກໍ່ຍອມກາບຕີນລູກຕໍ່ຫນ້າຊາວບ້ານ ແລະຍາດທີ່ມາຢືນເບິ່ງຢູ່ ຈົນຝ່າຍລູກສາວພໍໃຈ ຊວນຜັວກັບບ້ານໄປ ແມ່ເຖົ້າຍອມຮັບວ່າຕົນຣັກທັ້ງລູກແລະຫລານແຕ່ກໍ່ກັບມາຕົບຕີທຳຮ້າຍ ຕອນນີ້ຮ້ອງໄຫ້ບໍ່ອອກ ເພາະນ້ຳຕາມັນຕົກລົງຂ້າງໃນໃຈ ຖ້າລູກແລະຫລານສຳນຶກຜິດມາກາບຂໍຂະມາ ກໍ່ຈະບໍ່ຮັບ ບໍ່ອະໂຫສິກຳໃຫ້ ແລະຂໍຕັດລູກຕັດຫລານນັບຕັ້ງແຕ່ມື້ນີ້ໄປ ພ້ອມກັບສັ່ງລູກຊາຍແລະລູກສາວໄວ້ວ່າ ຖ້າແມ່ຕາຍ ຫ້າມລູກສາວຄົນເລັກແລະຫລານຄົນນີ້ມາເຜົາຜີຫລືເຮັດບຸນໃຫ້ເດັດຂາດ
ດ້ານແມ່ຂອງຫລານສາວທີ່ຕີແມ່ເຖົ້າໃນຄລິປໄດ້ເຜີຍວ່າ ລູກສາວມາຢູ່ກັບຕົນໄດ້ 2 ປີ ຫລັງຈາກຈົບມ.3 ແຕ່ບໍ່ຍອມຢູ່ບ້ານກັບແມ່ແລະແມ່ເຖົ້າແຕ່ເລືອກໄປພັກກັບນ້າ ເພາະຊັງພໍ່ໃຫມ່ແລະບໍ່ຍອມພູດເວົ້າກັບແມ່ແທ້ໆອີກ ຕອນນີ້ຫົວອົກຄົນເປັນແມ່ຢ້ານແຕ່ບາບທີ່ທຳຮ້າຍແມ່ເຖົ້າຈະຕິດຕົວໄປແລະຕົນເສຍໃຈກັບເຫດການນີ້ຫລາຍ ໂດຍທາງແມ່ເຖົ້າໄດ້ແຈ້ງຄວາມແລະຈະເອົາເລື່ອງກັບຫລານສາວໃຫ້ເຖິງທີ່ສຸດ