ເຊື່ອວ່າຫຼາຍໆທ່ານຈະຮູ້ແລ້ວສໍາລັບຂ່າວຄາວຂອງໂດນັລ ທຣໍາ ປະທານາທິບໍດີຂອງສະຫະລັດອາເມລິກາ ພ້ອມພັນລະຍາຕິດເຊື້ອໂຄວິດ-19 ໃນຕົ້ນເດືອນຕຸລານີ້ ຫຼັງຈາກທີ່ ທີ່ປຶກສາສາວຄົນສະໜິດຂອງທຣໍາ ຫາກໍ່ກວດພົບເຊື້ອພະຍາດດັ່ງກ່າວໄປກ່ອນໜ້າບໍ່ດົນ.
ໂຮບ ຮິກສ ໄວ 31 ປີ ເຄີຍເຮັດວຽກເປັນຫົວໜ້າຝ່າຍການສື່ສານຂອງທໍນຽບຂາວເມື່ອ 2ປີທີ່ຜ່ານມາ ແລະ ຫາກໍ່ກັບເຂົ້າມາເຮັດວຽກໃນຄະນະບໍລິຫານຂອງທຣໍາ ໃນຖານະຜູ້ຊ່ວຍຂອງທີ່ປຶກສາອາວຸໂສ ຈາເຣັດ ຄຸດເນີ.
ສາວງາມຄົນນີ້ ເລີ່ມເຮັດວຽກກັບ ທຣໍາ ຕັ້ງແຕ່ຕອນລາວເປັນຜູ້ສະໝັກເລືອກຕັ້ງປະທານາທິບໍດີ ແລະ ທີມຫາສຽງຂອງທຣໍາ ຄືວຍົກການເມືອງຊິເນທໍາອິດ
ຈາກພາບທີ່ເຫັນ ສາວຄົນນີ້ບໍ່ທໍາມະດາ ນອກຈາກຄວາມສາມາດທີ່ຫຼາກຫຼາຍແລ້ວ ຄວາມງາມກໍ່ບໍ່ນ້ອຍໜ້າ ທຽບລະດັບນາງງາມໄດ້ເລີຍ.
ຫຸ່ນດີໜ້າງາມ