ອາຍຸບໍ່ກ່ຽວ ທາງປ່ຽວເສັດແມ່ຕູ້ 80 ປີ ເຜີຍທີເດັດປະສົບການເລື່ອງເທິງຕຽງກັບໜຸ່ມລຸ່ນລູກອາຍຸຫ່າງກັນ 45ປີ

ອາຍຸບໍ່ກ່ຽວ ທາງປ່ຽວເສັດແມ່ຕູ້ 80 ປີ ເຜີຍທີເດັດປະສົບການເລື່ອງເທິງຕຽງກັບໜຸ່ມລຸ່ນລູກອາຍຸຫ່າງກັນ 45ປີ

ແມ່ຕູ້ຊາວອັງກິດໄວ 8ປີ ແຕ່ງງານກັບໜຸ່ມລຸ່ນລູກທີ່ມີອາຍຸຫ່າງກັນ 45ປີ ໄດ້ມາເວົ້າເລື່ອງຄວາມຮັກພ້ອມເປີດເຜີຍເຖິງເລ່ອງເທິງຕຽງທີ່ຫຼາຍຄົນສົງໃສ

.

ແມ່ຕູ້ຜູ້ນີ້ມີຊື່ວ່າ ໄອຣີສ ອາຍຸ 80ປີ ໄດ້ແຕ່ງດອງກັບ ໂມຮາເໝັດ ຊາຍໜຸ່ມຊາວອີຢິບ ອາຍຸ35ປີ ທັງສອງໄດ້ພົບຮັກກັນທາງເຟສບຸກ

ໂມຮາເໝັດ ກ່າວວ່າໄດ້ຕົກຂຸມຮັກ ໄອຣີສ ຕັ້ງແຕ່ເທື່ອທຳອິດທີ່ແລະຄວາມຮູ້ສຶກທີ່ຊັດເຈນຂຶ້ນຫຼັງຈາກໄດ້ພົບກັບນາງທີ່ສະໜາມບິນ ທາງແມ່ຕູ້ ໄອຮິສກໍ່ບໍ່ນ້ອຍໜ້າຕອບກັບໄປວ່າ ເມື່ອໄດ້ສົບຕາກັບລາວກໍ່ຮູ້ສຶກໄດ້ເຖິງຮັກແທ້.

ໄອຣີສ ໄດ້ອັບເດດເຖິງຊີວິດຄູ່ແລະປະສົບການເຂົ້າຫໍຄືນທຳອິດ ໃນລາຍການ This Morning ວ່າ: ເພາະນາງບໍ່ມີຫຍັງກັບໃຜມານານຮອດ35ປີ ເຮັດໃຫ້ນາງຄືຍັງເປັນສາວບໍລິສຸດຢູ່ ເຮັດໃຫ້ຄືນທຳອິດຂອງນາງເຖິງຕ້ອງໃຊ້ເຈລຫຼໍ່ລື່ນ ແຖມຍັງບອກອີກວ່າໃຊ້ຈົນໝົດລອດເລີຍໃນຄືນນັ້ນ.

ຈາກນັ້ນນາງໄດ້ເວົ້າພ້ອມກັບທ່າທີອາຍໆວ່າ ຕື່ນເຊົ້າຫຼັງຈາກຄືນເຂົ້າຫໍ ນາງຮູ້ສຶກຄືກັບຂີ່ມ້າໝົດມື້ຍ່າງກໍ່ລຳບາກ ຍ່າງບາດໃດກໍ່ເຈັບໄປໝົດ ແຕ່ສຸດທ້າຍກໍ່ຜ່ານມັນມາໄດ້ ເລື່ອງລາວເທິງຕຽງນີ້ໄດ້ເອີ້ນສຽງຫົວຈາກພິທີກອນແລະຜູ້ຊົມໃນຫ້ອງຈັດລາຍການໄດ້ຢ່າງຫຼວງຫຼາຍເລີຍ.

ສາລະໜ້າຮູ້