ອະດີດຄູສອນ ຊີວິດພິກຜັນ ມາເປັນຂໍທານ” ອະດີດຄູສອນອາສາສະໝັກ ໂຮງຮຽນແຫ່ງໜຶ່ງ ສອນມາໄດ້ 6 ປີ ຍັງບໍ່ໄດ້ລັດຖະກອນ, ຊ້ຳພັດມາປະສົບກັບບັນຫາຊີວິດທີ່ໜັກໜ່ວງຖະລົ່ມເຂົ້າມາ; ບໍ່ຮູ້ວ່າເວນກຳອັນໃຈ ຟ້າແຖນອິນພົມຈຶ່ງລົງໂທດທັນເພິ່ນໄດ້ໄດ້ພຽງນີ້… ຫຼັງຈາກພໍ່ແມ່ໄດ້ຕາຍປະ
ສຸຂະພາບຮ່າງກາຍກໍ່ປະເຊີນກັບພະຍາດເຈັບໄຂ້ໄດ້ປ່ວຍ (ເປັນເບົາຫວານຢູ່ທີ່ກົກຂາ)ຈົນອ່ອນແຮງ ຍາດຕິພີ່ນ້ອງກໍ່ບໍ່ຫົວຊາສົນໃຈ ສຸດທ້າຍກໍ່ຊັກເຊພະເນຈອນ ມາເປັນຂໍທານ.. ຊີວິດຊ່າງໜ້າສົງສານ ຂໍຄວາມເມດຕາຈາກທ່ານຜູ້ໃຈບຸນ ຊ່ອຍເຫຼືອເພິ່ນແນ່ເດີ ໄປກາຍມາແວ່ ໄປຊ່ອຍເພິ່ນແນ່ ເພິ່ນນັ່ງຂໍທານຢູ່ຕະຫຼາດຫຼັກ4 ນະຄອນປາກເຊ