ສາວໂພສຖາມ ຊ່າງແອເງິນເດືອນ 1,500,000 ຈະລ້ຽງໄຫວບໍ່ ພໍໄດ້ເຫັນຄຳຕອບເຖິງກັບອື້ງ

ສາວໂພສຖາມ ຊ່າງແອເງິນເດືອນ 1,500,000 ຈະລ້ຽງໄຫວບໍ່ ພໍໄດ້ເຫັນຄຳຕອບເຖິງກັບອື້ງ

ເປັນອີກຫນຶ່ງເລື່ອງລາວທີ່ຖືກສະແດງຄວາມຄິດເຫັນເປັນຈ່ຳນວນຫຼາຍ ເມື່ອສື່ຕ່າງປະເທດລາຍງານວ່າ ມີສາວຄົນຫນຶ່ງໄດ້ໂພສເລື່ອງລາວທີ່ເຮັດຊາວເນັດເຂົ້າມາຕອບໂຕ້ກັນສະນັ່ນ ຍິງຄົນນີ້ອ້າງຕ່ຳແຫນ່ງສູງໂພສຫນ້າເຟຊບຸກຂອງຕົນເອງວ່າ ຄົນງານກຳມະກອນມືບໍ່ສະອາດໂຕສົກກະປົກເງິນເດືອນພຽງແຕ່ 1,500,000 ກີບ ລ້ຽງຂ້ອຍບໍ່ໄດ້ດອກ ເມື່ອຊາວເນັດເຫັນກໍ່ພາກັນມາຕອບໂຕ້

ລາວໄດ້ໂພສລະບຸວ່າ ເງິນເດືອນພຽງແຕ່ 1,500,000 ຍັງກ້າເວົ້າສຽງດັງມີລົດໃຫຍ່ຂີ່ບໍ່? ມີເງິນຊື້ບໍ່? ຂ້ອຍຢາກໄດ້ iphone XS ລຸ້ນໃຫມ່ລ່າສຸດກ້າຊື້ໃຫ້ບໍ່? ຫາກໝູ່ຖາມແຟນເຮັດວຽກຫຍັງເຈົ້າກ້າເວົ້າຄວາມຈິງບໍ່?

ຊ່າງແອ ແຊ່ເສິນ ບອກວ່າ ຕົນເອງເປັນຄົນບໍ່ມີການສຶກສາສູງຄົນຫນຶ່ງເທົ່ານັ້ນ ແລະ ຕອບອີກວ່າ ທີ່ຈິງລາວເວົ້າຖືກມືຖື iPhone XS ຂ້ອຍບໍ່ມີເງິນຊື້ ແລະ ກະເປົາແບນເນມກໍ່ບໍ່ມີເງິນຊື້ໃຫ້ແຟນໃຊ້ດອກ ຍີ່ງໄປກວ່ານັ້ນກໍ່ບໍ່ມີເງິນໄປໃຫ້ແຟນໄດ້ຈ່າຢໃຊ້ສອຍ ພ້ອມກັບບອກອີກວ່າຕົນເອງວັນຫນຶ່ງກິນເຂົ້າ 3 ຄາບລວມບໍ່ຮອດ 30,000 ເສື້ອຜ້າກໍ່ໃສ່ຂອງທຳມະດາ ເຮັດວຽກຈົນຕົນໂຕສົກກະປົກທຸກມື້ ເຫມັນເຫື່ອໄປທັງໂຕ ບໍ່ມີລົດໃຫຍ່ຂີ່ ມີພຽງລົດບັນທຸກທີ່ເກົ່າໆ

ເພາະຂ້ອຍເອົາເງິນທັງຫມົດທີ່ຫາມາໄດ້ຝາກໄວ້ທະນາຄານ ເພື່ອຈະຊື້ເຮືອນໃຫ້ຜູ້ຍິງທີ່ເຫມາະສົມຈະເປັນພັນລະຍາຂອງຂ້ອຍ ແລະ ລູກໃນອານາຄົດຂອງຂ້ອຍ ເພື່ອຈະວາງອານາຄົດທີ່ດີແກ່ພວກເຂົາເພື່ອຄອບຄົວໃນອານາຄົດຂອງຂ້ອຍຈະໄດ້ບໍ່ອົດຢາກມີຊີວິດຄວາມເປັນຢູ່ທີ່ດີ ຊ່າງແອເສິນຍັງບອກອີກວ່າ ຂ້ອຍພຽງແຕ່ຢາກຈະເກັບສິ່ງທີ່ດີທີ່ສຸດໃຫ້ກັບຄົນສຳຄັນໃນຊີວິດຂອງຂ້ອຍນັ້ນຄື ລູກ ແລະ ເມຍແຕ່ບໍ່ແມ່ນຜູ້ຍິງທີ່ເບີ່ງພຽງພາຍນອກແລ້ວຕັດສິນຄົນ ຍິງສາວທີ່ດູຖູກຢຽດດຢາມຄົນເພາະຂ້ອຍຮູ້ວ່າຜູ້ຍິງແບບນີ້ບໍ່ມີໂອກາດຈະໄດ້ຜູ້ຊາຍທີ່ດີແບບຂ້ອຍດອກ

ຊ່າງແອເສິນບອກອີກ ວ່າ ຕົນເອງເປັນຊ່າງແອສາມາດແປງໄດ້ສາລະພັດ ດ້ວຍປະສົບການຂອງຕົນເອງເພຶ່ງສອງມືສ້າງລາຍໄດ້ ຂ້ອຍບໍ່ພຽງມີພັນລະຍາທີ່ໜ້າຮັກແຖມຍັງມີລູກທີ່ໜ້າຮັກ ທີ່ສຳຄັນມີເຮືອນ ແລະ ລົດເປັນຂອງຕົນເອງ ສຸດທ້າຍເຂົາຍັງອວຍພອນໃຫ້ທຸກຄົນຕ້ອງຮູ້ຈັກເພຶ່ງພາສອງມື ແລະ ກຳລັງຂອງຕົນເອງ ແລະມີຄວາມອົດທົນພະຍາຍາມບໍ່ໄກເກິນຝັນ ກໍ່ຈະປະສົບຄວາມສຳເລັດຄືເຂົາເຊັ່ນກັນ.

ຂ່າວທົ່ວໄປ