ຄູ່ບ່າວສາວ  ອົດບໍ່ໄດ້ຕ້ອງແຕ່ງຕອນນີ້ ພາແຂກຕິດໂຄວິດລວມ 10 ຄົນ

ຄູ່ບ່າວສາວ ອົດບໍ່ໄດ້ຕ້ອງແຕ່ງຕອນນີ້ ພາແຂກຕິດໂຄວິດລວມ 10 ຄົນ

ຕາມສຳນັກຂ່າວ Independent ລາຍງານ ມີບ່າວສາວຊາວອາເມລິກັນ ຄູ່ໜຶ່ງພ້ອມແຂກຖືກເຊີນ ໄດ້ຈັດງານທ້າທາຍໂຄວິດບອກບໍ່ແມ່ນສິ່ງຄວນຢ້ານ ຈິ່ງຕິດໂຄວິດກັບແຂກທີ່ມາຮ່ວມງານອີກ 8 ຊີວິດ ຫຼັງຈາກເດີນໜ້າຈັດງານແຕ່ງທີ່ໂບດແຫ່ງໜຶ່ງໃນເມືອງຊານຟຣານຊິສໂກ ຂອງລັດກາລີຟໍເນຍ ເຊິ່ງເປັນລັດທີ່ມີຍອດຜູ້ຕິດເຊື້ອສູງສຸດໃນອາເມລິກາມີຫຼາຍເຖິງ 460.000 ຄົນ

ຕາມຂ່າວແຈ້ງວ່າໃນພິທີເຈົ້າໜ້າທີ່ໄດ້ສັ່ງຫ້າມແລ້ວບໍ່ໃຫ້ຈັດງານດັ່ງກ່າວ ເນື່ອງຈາກຜູ້ຄົນຫຼາຍກວ່າຈຳນວນທີ່ທາງການກຳນົດໃຫ້ແລ້ວ ເຮັດໃຫ້ເຈົ້າພາບຕ້ອງໄດ້ເລືອກແຂກຄົນທີ່ສະໜິດທີ່ສຸດເຂົ້າໂບດເພື່ອເປັນສັກຂີພິຍານໃນງານແຕ່ງເທົ່ານັ້ນ ສ່ວນແຂກທີ່ເຫຼືອໃຫ້ຊົມພິທີຜ່ານວີດີໂອແທນ.

ແນວໃດກໍ່ຕາມຫຼັງງານແຕ່ງ 5 ວັນ ຜົວ-ເມຍປ້າຍແດງໄດ້ສະແດງອາການປ່ວຍ ລວມເຖິງແຂກ 8 ຄົນທີ່ມາຮ່ວມງານກໍ່ພົບວ່າຕິດເຊື້ອໂຄວິດໄປພ້ອມໆກັນ

ນອກຈາກນີ້ຂ່າວຍັງລາຍງານວ່າກ່ອນໜ້າງານແຕ່ງທີ່ໂບດທັງສອງຄົນຍັງໄດ້ຈັດພາເຂົ້າຂອບໃຈຄອບຄົວ ແລະໝູ່ສະໜິດທີ່ມີຜູ້ເຂົ້າຮ່ວມຢ່າງໜ້ອຍ 40 ຄົນ ແຖມແຂກທີ່ມາຮ່ວມງານໄດ້ໃຫ້ສຳພາດວ່າ ພໍ່ຂອງເຈົ້າສາວໄດ້ຂໍໃຫ້ແຂກເຂົ້າປະຕູຫຼັງໂບດ ເພື່ອບໍ່ໃຫ້ຜູ້ຈັດຄົນຮູ້ວ່າພວກຕົນໄດ້ແອບຈັດງານຢ່າງລັບໆ.

ສາລະໜ້າຮູ້