ທ່ານໝໍ 5 ຊີວິດໄດ້ສະຫຼະຊີບໃນພາລະກິດຮັກສາໄວຣັສສາຍພັນໃໝ່ໃຫ້ຊາວອູຮັ່ນ

ທ່ານໝໍ 5 ຊີວິດໄດ້ສະຫຼະຊີບໃນພາລະກິດຮັກສາໄວຣັສສາຍພັນໃໝ່ໃຫ້ຊາວອູຮັ່ນ

ປີນີ້, ເປັນປີດີຂອງຫຼາຍໆຄົນ ແຕ່ສຳລັບຊາວຈີນກັບມີເລື່ອງໜ້າເສົ້າສຸດໆ ນັ້ນຄືການສູນເສຍບຸກຄົນທີ່ຮັກໃນຫຼາຍໆຄອບຄົວໄປຢ່າງບໍ່ວັນຫວນກັບຄືນມາອີກ ໃນນັ້ນ ມີໝໍ 5 ທ່ານ ທີ່ເຮັດໜ້າທີ່ຂອງຕົນທີ່ສຶກສາຮ່ຳຮຽນມາຈົນວິນາທີສຸດທ້າຍ ກ່ອນຈະຈາກໄປຢ່າງສະຫງົບ ຖີ້ມໄວ້ພຽງຜົນງານ ແລະຄຸນງາມຄວາມດີໃຫ້ຊາວໂລກກໍ່ຄືຊາວຈີນໄດ້ຈົດຈຳ.

ຕາມລາຍງານຈາກວິທະຍຸສາກົນແຫ່ງປະເທດຈີນໃຫ້ຮູ້ວ່າ: ມາຮອດເວລາ 24 ໂມງຂອງວັນທີ 20 ກຸມພານີ້, ຈຳນວນຜູ້ຖືກບົ່ງມະຕິເປັນພະຍາດອັກເສບປອດຈາກໄວຣັສສາຍພັນໃໝ່ຢູ່ເຂດແຜ່ນດິນໃຫຍ່ຈີນທີ່ໄດ້ຮັບການປິ່ນປົວໃຫ້ຫາຍຂາດແລະອອກໂຮງໝໍແລ້ວມີ 18.264 ຄົນ,ມີຜູ້ປິ່ນປົວໃຫ້ຫາຍຂາດແລະອອກໂຮງໝໍໃນແຕ່ລະມື້ມີຫຼາຍກວ່າ 1 ພັນຄົນໃນ 9 ມື້ລຽນຕິດ. ແຫ່ງຕ່າງໆຂອງຈີນໄດ້ສົ່ງແພດໝໍແລະພະຍາບານ 30 ພັນກວ່າຄົນໄປສະໜັບສະໜູນແຂວງຫູເປີຍ.

ມາຮອດວັນທີ 11 ກຸມພານີ້,ຢູ່ທົ່ວປະເທດຈີນໄດ້ມີແພດໝໍແລະພະຍາບານເປັນພະຍາດອັກເສບປອດສາຍພັນໃໝ່ລວມ 3.019 ຄົນ ສົ່ງຜົນເຮັດໃຫ້ມີ 5 ຄົນເສຍຊີວິດ. ວັນທີ 18 ກຸມພານີ້, ທ່ານ ລີວຈື້ມິງ ຜູ້ອຳນວຍການໂຮງໝໍອູຊ່າງຢູ່ນະຄອນອູຮ້ານທີ່ມີອາຍຸ 51 ປີໄດ້ເສຍຊີວິດຍ້ອນເປັນພະຍາດອັກເສບປອດສາຍພັນໃໝ່

ໃນສົງຄາມທີ່ບໍ່ມີສຽງປືນບັ້ນນີ້,ພວກເຮົາໄດ້ພົບເຫັນຄົນກຸ່ມໜຶ່ງ,ເຂົາເຈົ້າອາດຈະຢ້ານຕາຍເຊັ່ນດຽວກັນກັບພວກເຮົາ,ແຕ່ເຂົາເຈົ້າພັດໄດ້ເດີນທາງໄປຕໍ່ສູ້ກັບເຊື້ອພະຍາດໃນແນວໜ້າສຸດ;ໃນຄອບຄົວຂອງເຂົາເຈົ້າກໍມີຍາດຕິພີ່ນ້ອງພວມລໍຖ້າຢູ່ເຮືອນ,ແຕ່ພວກເຂົາເຈົ້າໄດ້ “ອຸທິດເລືອດເນື້ອຂອງຕົນເພື່ອສ້າງກຳແພງຍາວແຫ່ງໃໝ່ຂຶ້ນມາ”.ພວກເຂົາເຈົ້າຊື່ວ່າ “ແພດໝໍແລະພະຍາບານຈີນ”. ພວກເຂົາເຈົ້າໄດ້ສະທ້ອນຄຸນສົມບັດດ້ານການແພດໂດຍຜ່ານການແບກຫາບໜ້າທີ່ຮັບຜິດຊອບ.

ແພດໝໍແລະພະຍາບານທີ່ຕໍ່ສູ້ຕ້ານກັບເຊື້ອພະຍາດຢູ່ແນວໜ້າໄດ້ເຮັດໃຫ້ຄົນຈີນທົ່ວໄປຮູ້ສຶກຊາບຊຶ້ງໃຈ,ເມື່ອເຫັນເຂົາເຈົ້າທັງຄາເຮັດວຽກທັງເມື່ອຍ,ປະຊາຊົນທັງຫຼາຍກໍໄດ້ຮຽກຮ້ອງວ່າ “ບໍ່ຄວນປ່ອຍປະໃຫ້ເຂົາເຈົ້າເຮັດວຽກຈົນເມື່ອຍແລະສະຫຼົບ,ບໍ່ຄວນປ່ອຍປະໃຫ້ເຂົາເຈົ້ານອນຢູ່ເທິງພື້ນດິນ.”

ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ໃຫ້ທິດຊີ້ນໍາ ໂດຍເນັ້ນວ່າຕ້ອງໃຫ້ຄວາມສຳຄັນຢ່າງສູງຕໍ່ການປົກປ້ອງ,ເອົາໃຈໃສ່ແລະຮັກແພງແພດໝໍແລະພະຍາບານ,ເພື່ອຮັບປະກັນໃຫ້ເຂົາເຈົ້າເຂົ້າຮ່ວມແລະເອົາຊະນະໃນການຕໍ່ສູ້ກັບການແຜ່ລະບາດຂອງພະຍາດດ້ວຍສະພາບຮ່າງກາຍມີສຸຂະພາບຢ່າງຕໍ່ເນື່ອງ.

ຂ່າວທົ່ວໄປ