ຂໍສະແດງຄວາມເສຍໃຈກັບຄອບຄົວ ສາວ ເປິ້ນ ຫຼື ສຸດາລັດ ຄຸນມາລາ ພິທີກອນ ລາຍການ 7 ວັນຫັນສາ ທີ່ອອກອາກາດສົດ ທາງໂທລະພາບແຫ່ງຊາດລາວ ຊ່ອງ 3 ທຸກໆມື້ ວັນຈັນ-ວັນອາທິດ ເວລາ 17:10-18:10 ທີ່ເສຍຊີວິດລົງໃນວັນທີ 21 ມັງກອນ 2020
ຈາກຂໍ້ມູນທີ່ສາວເປິ້ນໄດ້ລົມກັບໝູ່ໃນວົງການ ບອກວ່າ ຕົນເອງໄດ້ຄັດຜິວ ແລ້ວເກີດຕຸ່ມຜື່ນຕາມຕົນໂຕ ຈາກນັ້ນກໍ່ປ່ວຍ ຈາກການກວດໝໍບອກວ່າ ຕິດເຊື້ອໃນກະແສເລືອດ.
ທັງນີ້ຍັງບໍ່ທັນເປັນທີ່ແນ່ຊັດວ່າຍ້ອນການຄັດຜິວແທ້ບໍ ຫຼື ເພາະພະຍາດຂອງຜູ້ກ່ຽວເອງ ເນື່ອງຈາກຜູ້ກ່ຽວມີພະຍາດຕິດໂຕຢູ່ແລ້ວ
ສາວເປິ້ນ