ສະເທືອນໃຈ ພັນລະຍາອະດີດຜູ້ອໍານວຍການໂຮງໝໍອູ່ຮັ້ນຮ້ອງໄຫ້ ພ້ອມຖ່ວງດຶງລົດຂົນສົບຂອງສາມີ

ສະເທືອນໃຈ ພັນລະຍາອະດີດຜູ້ອໍານວຍການໂຮງໝໍອູ່ຮັ້ນຮ້ອງໄຫ້ ພ້ອມຖ່ວງດຶງລົດຂົນສົບຂອງສາມີ

ພາບສະເທືອນໃຈທີ່ຖືກແຊໄປທົ່ວໂຊຊຽວເນັດເວີກຂອງຈີນ ເປັນເຫດການຂະນະທີ່ ພັນລະຍາຂອງທ່ານໝໍ ຫຼິວ ຈືໝິງ ອະດີດຜູູ້ອໍານວຍການໂຮງໝໍ ອູ່ຮັ່ນອູຊາງ ໃນເມືອງອູ່ຮັ້ນ ພະຍາຍາມຖ່ວງດຶງລົດຂົນສົບຂອງສາມີທີ່ກໍາລັງເຄື່ອນຕົວອອກຈາກໂຮງໝໍ ດ້ວຍສຽງຮ້ອງໄຫ້ຢ່າງໜ້າສົງສານ

ທ່ານໝໍ ຫຼິວ ຈືໝິງ ອາຍຸ 51 ປີ ໄດ້ອຸທິດຕົນໃນໜ້າທີ່ ກໍ່ຄືຕໍ່ສູ້ກັບເຊື້ອໄວຣັດ ໂຄວິດ-19 ຈົນເຮັດໃຫ້ຕິດເຊື້ອ ແລະ ເສຍຊີວິດໃນເວລາຕໍ່ມາ, ພັນລະຍາ ທ່ານໝໍ ຫຼິວ ຈືໝິງ ໄດ້ເດີນທາງມາສົ່ງຮ່າງທີ່ໄຮ້ວິນຍານຂອງສາມີທີ່ໂຮງໝໍ ອູຮັ້ນຖົງຈື ສາຂາຈົງຝາຊິນເຈີງ ພ້ອມດ້ວຍສະມາຊິກໃນຄອບຄົວ ເພື່ອນມິດ ແລະ ເພື່ອນຮ່ວມງານ

ແຕ່ເມື່ອລົດກໍາລັງຈະເຄື່ອນອອກໄປ ພັນລະຍາຂອງທ່ານໝໍກໍ່ຮ້ອງໄຫ້ ແລະ ແລ່ນໄປດຶງທ້າຍລົດບໍ່ຍອມໃຫ້ລົດອອກໄປສຸສານເຜົາສົບ ເປັນພາບທີ່ສ້າງຄວາມສະເທືອນໃຈເປັນຍ່າງຍິ່ງ

ພັນລະຍາທ່ານໝໍ ເປັນພະຍາບານໃນໜ່ວຍວິກີດທີ່ໂຮງໝໍແຫ່ງໜຶ່ງ ຄື ໂຮງໝໍອູ່ຮັ້ນໝາຍເລກ 3 ແລະ ເຮັດວຽກໜັກຈົນບໍ່ໄດ້ພົບໜ້າກັບທ່ານໝໍເກືອບເດືອນ ແຕ່ສຸດທ້າຍກໍ່ຕ້ອງມາຈາກກັນຕະຫຼອດໄປ

ຂ່າວທົ່ວໄປ