ສາວ ສຸດຕົກໃຈ ເຂົ້າເເຈ້ງຄວາມ ຫລັງທີ່ມີລຸງຄົນໜຶ່ງ ແຊດມາຂໍສົ່ງເສຍ ສັນຍາຈ້າງ 6 ເດືອນ ໂດຍຈະຕ້ອງພົບຫນ້າເດືອນລະ 3 ຄັ້ງ
ວັນທີ່ 27 ກໍລະກົດ ມີເຟຊບຸ໊ກ ຂ່າວເວິພອຍ 23 ລາຍງານວ່າ ທີ່ສະຖານີຕຳລວດພູທອນຫນອງປິງ ອ.ເມືອງ ຈ.ນະຄອນສະຫວັນ ນ.ສ.ທິບຍາພອນ (ສະງວນນາມສະກຸນ) ອາຍຸ 39 ປີ ເດີນທາງເຂົ້າແຈ້ງຄວາມກັບຕຳລວດ ສພ.ຫນອງປິງ ອ.ເມືອງ ຈ.ນະຄອນສະຫວັນ ເພື່ອຂໍໃຫ້ລົງບັນທຶກປະຈຳວັນ ກໍລະນີມີຜູ້ໃຊ້ເຟຊບຸ໊ກຄົນຫນຶ່ງແຊສຂໍ້ຄວາມມາຂົ່ມຂູ່ຄຸກຄາມ ຈົນເຮັດໃຫ້ຣູ້ສຶກຫວາດກົວ ແລະຫວັ່ນຢ້ານວ່າຊີວິດຈະບໍ່ປອດໄພ
ນ.ສ.ທິບຍາພອນ ເລົ່າວ່າ ຕົນມີອາຊີບເປັນແມ່ຄ້າຂາຍຂອງທາງອອນໄລ ແລ້ວຖືກຜູ້ໃຊ້ເຟຊບຸ໊ກຄົນຫນຶ່ງ ແຊສຂໍ້ຄວາມຕິດຕໍ່ມາທາບທາມໃນທຳນອງຈະຂໍລ້ຽງດູໃຫ້ຕົນເອງເປັນພັນລະຍາຢ່າງລັບໆ ພ້ອມກັບຍຶ່ນຂໍ້ສະເໜີເປັນສັນຍາຈ້າງ 6 ເດືອນ ຈະໄດ້ຮັບຄ່າຕອບແທນເດືອນລະ 120,000 ບາດ ໂດຍຈະພົບເຈີຫນ້າແລະໃຊ້ຊີວິດຢູ່ດ້ວຍກັນພຽງເດືອນລະ 3 ຄັ້ງເທົ່ານັ້ນ
ຊຶ່ງຕົນກໍ່ໄດ້ແຕ່ອ່ານຂໍ້ຄວາມ ແຕ່ບໍ່ໄດ້ແຊດຕອບກັບໄປ ຜ່ານໄປ 3 ມື້ ຜູ້ໃຊ້ເຟຊບຸ໊ກຄົນນີ້ກໍ່ສົ່ງຮູບພາບລາມົກອານາຈານມາໃຫ້ອີກ ແຖມຍັງເວົ້າອວດເບັ່ງ ອວດໂຕວ່າເປັນຜູ້ຍິ່ງໃຫຍ່ຢູ່ເຫນືອກົດຫມາຍ ແລະຜູ້ໃຊ້ເຟຊບຸ໊ກດັງກ່າວໄດ້ໂພສ ຂໍ້ຄວາມມາຂົ່ມຂູ່ຕ່າງໆ ນາໆ ທັ້ງໃນຫນ້າເຟຊບຸ໊ກຂອງຕົນແລະທາງຊ່ອງແຊສ
ແລະຈາກການເຂົ້າໄປກວດສອບຜູ້ໃຊ້ເຟຊບຸ໊ກດັ່ງກ່າວ ມີການໃຊ້ຮູບພາບໃບຫນ້າຂອງຊາຍສູງໄວ ເບິ່ງຮູບຮ່າງລັກສະນະພູມຖານ ເບິ່ງຄືເປັນຄົນມີຖານະ ອີກທັ້ງເມື່ອກວດເບິ່ງສິ່ງທີ່ກ່ຽວຂ້ອງ ຜູ້ໃຊ້ເຟຊບຸ໊ກຄົນດັງກ່າວຍັງລະບຸຕຳແຫນ່ງ ແລະຫນ້າທີ່ການງານຢູ່ໃນລະດັບສູງຂອງສະນາມບິນຊື່ດັງ ຊຶ່ງກໍ່ຍັງບໍ່ສາມາດລະບຸໄດ້ວ່າຜູ້ໃຊ້ເຟຊບຸ໊ກຄົນນີ້ກັບຄົນໃນຮູບພາບ ເປັນຄົນໆ ດຽວກັນຫລຶບໍ່ ຊຶ່ງເລື່ອງນີ້ທາງເຈົ້າຫນ້າທີ່ຕຳລວດຈະມີການກວດສອບຕໍ່ໄປ