ພົບເຊື້ອໂຄໂຣນາ ສາຍພັນໃໝ່ ໃນເດັກນ້ອຍທີ່ຫາກໍເກີດໄດ້ 30 ຊົ່ວໂມງ

ພົບເຊື້ອໂຄໂຣນາ ສາຍພັນໃໝ່ ໃນເດັກນ້ອຍທີ່ຫາກໍເກີດໄດ້ 30 ຊົ່ວໂມງ

ເດັກນ້ອຍເກີດໃໝ່ໃນນະຄອນອູ່ຮັ້ນ ແຂວງຫູເປີ່ຍ ສປ ຈີນ ໄດ້ຮັບການບົ່ງມະຕິວ່າ ຕິດເຊື້ອຈຸລະໂລກ (ໄວຣັດ) ໂຄໂຣນາສາຍພັນໃໝ່ (2019-nCoV) ຫຼັງຈາກເກີດໄດ້ພຽງ 30 ຊົ່ວໂມງ ອີງຕາມການລາຍງານຂອງສື່ຂອງ ສປ ຈີນ Xinhuanet ເມື່ອວັນພຸດທີ່ຜ່ານມາ (5 ກຸມພາ 2020)

ເດັກນ້ອຍຄົນນີ້ເປັນຄົນເຈັບທີ່ມີອາຍຸນ້ອຍທີ່ສຸດເທົ່າທີ່ເຄີຍພົບມາ ທີ່ຕິດເຊື້ອໄວຣັດໂຄໂຣນາສາຍພັນໃໝ່ ເຊິ່ງໃນປັດຈຸບັນໄດ້ເຮັດໃຫ້ມີຜູ້ເສຍຊີວິດແລ້ວກວ່າ 500 ລາຍ ຕັ້ງແຕ່ເລີ່ມລະບາດມາເມື່ອທ້າຍປີກ່ອນ

ຜູ້ຊ່ຽວຊານດ້ານການແພດກ່າວວ່າ ນີ້ອາດຈະເປັນກໍລະນີທີ່ເປັນການແພ່ລະບາດຈາກຄົນຮຸ່ນໜຶ່ງໄປສູ່ຄົນອີກຮຸ່ນໜຶ່ງ (vertical transmission) ຫຼື ເອີ້ນອີກຢ່າງໜຶ່ງວ່າ ການຕິດຕໍ່ຈາກແມ່ສູ່ລູກໃນລະຫວ່າງການຖືພາ, ການເກີດ ຫຼື ທັນທີຫຼັງເກີດ

ເດັກນ້ອຍຄົນດັ່ງກ່າວເກີດເມື່ອວັນທີ 2 ກຸມພາທີ່ຜ່ານມາ ມີນໍ້າໜັກໂຕ 3.25 ກິໂລກຣາມ ມີອາການທີ່ປົກກະຕິ ແລະ ຢູ່ພາຍໃຕ້ການເຝົ້າຕິດຕາມຂອງແພດ.ສ່ວນແມ່ຂອງເດັກເກີດໃໝ່ຄົນນີ້ ກໍໄດ້ຮັບການຢັ້ງຢືນວ່າຕິດເຊື້ອໄວຣັດໂຄໂຣນາສາຍພັນໃໝ່ເຊັ່ນກັນ

ຄະນະກຳມະການສຸຂະພາບແຫ່ງຊາດຈີນ ກ່າວເມື່ອວັນອັງຄານທີ່ຜ່ານມາ (4 ກຸມພາ 2020) ວ່າ ຄົນເຈັບໄວຣັດດັ່ງກ່າວທີ່ມີອາຍຸຫຼາຍສຸດແມ່ນ 90 ປີ ແລະ 80% ຂອງຄົນເຈັບທີ່ເສຍຊີວິດ ແມ່ນຄົນເຈັບທີ່ມີອາຍຸ 60 ປີຂຶ້ນໄປ

ຂ່າວທົ່ວໄປ