ທັງງາມທັງເກັງ ສາວກິ່ງຄໍາຄວ້າກຽດນິຍົມອັນດັບ 1 ທີ່ ມະຫາວິທະຍາໄລ ສຸພານຸວົງ

ທັງງາມທັງເກັງ ສາວກິ່ງຄໍາຄວ້າກຽດນິຍົມອັນດັບ 1 ທີ່ ມະຫາວິທະຍາໄລ ສຸພານຸວົງ

ກ່ອນອຶ່ນສະແດງຄວາມດີໃຈກັບ ບັນດາບັນດິດໃໝ່ຈ່ກມະຫາວິທະຍາໄລສຸພານຸວົງເປັນພິເສດແມ່ນບັດິດກຽດນິຍົມອັບດັບ 1 ຈ່ຳນວນ 41 ຄົນ ແລະກຽດອັບດັບ 2 ຈ່ຳນວນ 33 ຄົນ ມີລາຍຊື່ຢູ່ດ້ານລຸ່ມ ແລະເຊື່ອວ່າຫລາຍຄົນຄົງຮູ້ຈັກ ນາງກິ່ງຄຳ ນິດສະຫວັນ ສາວງາມຈາກນະຄອນຫລວງພະບາງ ເມືອງມໍລະດົກໂລກເຊິ່ງເປັນຮອງນາງສັງຂານປີ 2018 ແລະຮອງນາງສາວລາວປີ 2018

ມື້ນີ້ ທາງຄອບຄົວ ແລະ ໝູ່ເພື່ອນ ທັງແຟນຄລັບ ຂອງສາວກິ່ງ ແມ່ນພາກັນສະແດງຄວາມຍິນດີກັບບັນດິດໃໝ່. ພິເສດ ແມ່ນສາມາດຄວ້າ ກຽດນິຍົມອັນດັບ 1 ມາໃຫ້ພໍ່ແມ່ຍາດພີ່ນ້ອງຂອງ ກິ່ງຄໍາ ເອງໄດ້ພາກພູມໃຈ.

ສາວກິ່ງຄໍາ ໄດ້ໂພດຂໍ້ຄວາມປະທັບໃຈ ທາງເຟສສ່ວນຕົວຂອງລາວວ່າ

” Finally I’ve gotten it.. Bachelor’s Degree First Class-Honor
ມື້ແຫ່ງຄວາມສຳເລັດອີກຂັ້ນຂອງການຮຽນ ກ່ອນອື່ນຫມົດລູກຂໍສະແດງຄວາມຮູ້ບຸນຄຸນມາຍັງແມ່ທີ່ໄດ້ອົດທົນລຳບາກສົ່ງລູກຮ່ຳຮຽນຈົນຈົບໂດຍບໍ່ຮູ້ສຶກຂາດຫຍັງຈັກຢ່າງ ແລະ ລູກຂໍມອບຄວາມສຳເລັດຄັ້ງນີ້ໃຫ້ແມ່ເປັນສິ່ງຕອບແທນແລະສັນຍາວ່າຈະຕັ້ງໃຈເຮັດວຽກຕອບແທນທີ່ແມ່ລ້ຽງລູກມາໃຫ້ໄດ້ດີເປັນດີ..ຕໍ່ມາຕ້ອງຂໍຂອງໃຈມາຍັງຄອບຄົວ ແລະ ພີ່ນ້ອງ ແລະ ຫມູ່ເພື່ອນທີ່ມາຮ່ວມຍິນດີໃນມື້ນີ້ ແລະທີ່ສຳຄຳສັນກໍ່ຂໍສະແດງຄວາມຮູ້ບຸນຄຸນມາຍັງອາຈານທຸກໆທ່ານທີ່ໄດ້ຄອຍສິດສອນນັກຮຽນຄົນນີ້ໃຫ້ມີຄວາມຮູ້ຄວາມສາມາດ ຕໍ່ໄປກໍ່ຂໍສັນຍາວ່າຈະນຳເອົາໄປປະຕິບັດໂຕຈິງໃຫ້ເກີດດອກອອກຜົນ…
ຂອບໃຈຕົນເອງທີ່ມີສະຕິຕັ້ງໃຈຮ່ຳຮຽນ ບໍ່ລະເລິຍ ແລະ ບໍ່ເຮັດສິ່ງທີ່ຜິດ ຖ້າຫາກຂາດສະຕິຊີວິດຄົງມີມື້ນີ້ໄດ້ຍາກ ຂອບໃຈມາຍັງ ອາຈານ ໄພວັນ ປູນນາລີ ອາຈານທີ່ປຶກສາ ຂອບໃຈທາງ ມະຫາໄລສຸພານຸວົງ ແລະ ອາຈານທຸກໆທ່ານມານະທີ່ນີ້ດ້ວຍ..

ສາວກິ່ງຄໍາ ຈົບການສຶກສາ ຄະນະເສດຖະສາດ ແລະ ການທ່ອງທ່ຽວ ມະຫາວິທະຍາໄລສຸພານຸວົງ ດ້ວຍກຽດນິຍົມອັນດັບ 1 ຄະແນນ 3.80 . ຫາກທ່ານໄດ້ມີໂອກາດຕິດຕາມເຟສຂອງ ສາວກິ່ງຄໍາ  https://www.facebook.com/kking.nitsavanh ນອກຈາກ ຈະງາມ ເກັ່ງແລ້ວ ຍັງມ່ີຄວາມດຸໝັ່ນ ແລະ ຄ້າຂາຍເກັ່ງນໍາອີກ.

ກໍ່ອວຍພອນໃຫ້ ສາວກິ່ງຄໍາ ປະສົບຜົນສໍາເລັດ ໃນໜ້າທີການງານ ໃນອະນາຄົດ.

ພາບປະທັບໃຈ

ບັດດິດກຽດນິຍົມຂອງ ມະຫາວິທະຍາໄລສຸພານຸວົງ

ຂ່າວທົ່ວໄປ