ຫຍ້າລີ້ນງູ ເປັນຢາດີ ມະເຮັງໃນລຳໄສ້ ໄສ້ຕິ່ງອັກເສບ ຖົງນ້ຳບີອັກເສບ

ຫຍ້າລີ້ນງູ ເປັນຢາດີ ມະເຮັງໃນລຳໄສ້ ໄສ້ຕິ່ງອັກເສບ ຖົງນ້ຳບີອັກເສບ

ສັບພະຄຸນ: ທັງຕົ້ນ:ມີລົດຂົມ ແລະ ເຢັນ, ອອກລິດຕໍ່ປອດ, ຕັບ ແລະ ລຳໄສ້, ຊ່ວຍຂັບພິດຮ້ອນຖອນພິດໄຂ້, ແກ້ໄຂ້ມາລາເຣຍ, ຮັກສາລຳໄສ້ອັກເສບ, ມະເຮັງໃນລຳໄສ້(ຕົ້ນສົດ 15-30 ກຼາມຕົ້ມດື່ມ), ແກ້ຝີໃນທ້ອງ (20-40 ກຼາມນຳມາຕົ້ມກັບນ້ຳກິນ), ຊ່ວຍຮັກສາ ຫຼື ບຳບັດອາການກ່ຽວກັບລະບົບທາງເດີນອາຫານເຊັ່ນ:

ຖອກທ້ອງ ທ້ອງອືດ ທ້ອງເຟີ້ ພະຍາດທ້ອງບິດ ຖອກທ້ອງ ຊ່ວຍໃນການຍ່ອຍ ແລະ ຊ່ວຍຈະເລີນອາຫານໄດ້ດີອີກ ຊ່ວຍຂັບພິດ ຊ່ວຍປົກປ້ອງຕັບ ຊ່ວຍກຳຈັດສານພິດ ລຳຕົ້ນສົດນຳມາຕົ້ມລ້າງແຜຝີບວມ ແຜໄຟໄໝ້ ຫຼື ນ້ຳຮ້ອນຫຼວກ ຮັກສາຝີເຈັບບວມ (ນຳມາຕໍໃຫ້ລະອຽດແລ້ວນຳມາພອກບໍລິເວນທີ່ເປັນຝີ),

ຮັກສາຊີ້ນປົ່ງບາງຊະນິດ, ແກ້ອາການເຈັບແສບຮ້ອນຕາມໜ້າເອິກ ເນື່ອງມາຈາກກົດໄຫຼຍ້ອນ ແກ້ຕັບອັກເສບ ຮັກສາກະເພາະ ແກ້ໄສ້ຕິ່ງອັກເສບແບບສຽບພັນ ມີຄຸນສົມບັດຕ້ານການອັບເສບ, ຈຸລະຊີບ ແລະ ໂປຕົວຊົວ

ດ້ວຍເຫດນີ້ຈຶ່ງນຳມາຮັກສາອາການຄາງໃຫຍ່ ຕ່ອມທອສຊິລອັກເສບ ຫຼອດລົມອັກເສບ ປອດບວມ ການຕິດເຊື້ອບໍລິເວນທາງເດີນອາຫານ ແກ້ລະບົບປັດສະວະອັກເສບ ຕັບອັກເສບ ໄສ້ຕິ່ງອັກເສບແບບສຽບພັນ ຖົງນ້ຳບີອັກເສບ ແລະ ໃຊ້ຂ້າພະຍາດຝີເປັນຕົ້ນ.

ຂ່າວທົ່ວໄປ