ນໍ້າມັນຂາດ ເປັນຍ້ອນຈິດຕະສາດ ເຮົາຄິດໄປເອງວ່າ ນໍ້າມັນຂາດ ຄິດໄປເອງວ່າເງີນຕາຂຶ້ນ ທຸກຢ່າງເປັນຍ້ອນເຮົາຄິດໄປເອງ
ໃນຕົ້ນອາທິດທີ່ຜ່ານມາບັນຫາທີ່ພົ້ນເດັານທີ່ສຸດກໍຄືມີ ປປຊ ຈຳນວນຫຼາຍອັ່ງອໍກັນໄປຕື່ມນ້ຳມັນຈົນມີຄຳສັບໃໝ່ເກີດຂຶ້ນວ່າ: “ບຸນນ້ຳມັນ”.
“ບຸນນ້ຳມັນ”ເກີດຂຶ້ນໄດ້ແນວໃດ?
1. ຂາດເງິນຕາຕ່າງປະເທດໝູນວຽນຢູ່ໃນລະບົບການເງິນ, ເຮັດໃຫ້ເງິນກີບອ່ອນຄ່າ, ບໍລິສັດຜູ້ນຳເຂົ້ານ້ຳມັນຈຳຕ້ອງນຳເຂົ້າໜ້ອຍລົງ.
2. ບັນຫາຂອງສົງຄາມເຮັດໃຫ້ລາຄານ້ຳມັນຕະຫຼາດໂລກຖີບຕົວສູງຂຶ້ນ .
“ບຸນນ້ຳມັນ”ພາໃຫ້ເກີດບັນຫາໃດແດ່ຕາມມາ?
1. ປຊຊ ຕ້ອງໄດ້ລຽນຄິວເຂົ້າຊື້ນ້ຳມັນຈຳນວນຫຼາຍເຮັດໃຫ້ການຈາລະຈອນແອອັດ.
2. ການກັກຕຸນນ້ຳມັນຂອງຄົນຈຳນວນ ໜຶ່ງ ແລ້ວນຳມາຮ່າຍໃສ່ຕຸກຂາຍໃນລາຄາທີ່ສູງຂຶ້ນ.
3. ເກີດມີໂຈນລັກນ້ຳມັນເກີດຂຶ້ນ.
4. ເກີດການສວາຍໃຊ້ໂອກາດທີ່ ປປຊ ເດືອດຮ້ອນເພີ່ມຍອດຂາຍໃຫ້ແກ່ທຸລະກິດຕົນເອງ.
ເມື່ອເກີດ “ບຸນນ້ຳມັນ”ຂຶ້ນມາແລ້ວ ທາງລັດຖະບານເພິ່ນເຮັດຫຍັງແດ່?
1. ຫຼຸດຜ່ອນອາກອນຊົມໃຊ້ນ້ຳມັນເຊື້ອໄຟລົງເປັນເວລາ 03 ເດືອນ ຈຶ່ງເຮັດໃຫ້ນ້ຳມັນມີລາຄາຫຼຸດລົງ. ຕົວຢ່າງ: ນ້ຳມັນແອັດຊັງທຳມະດາຈາກລິດລະ 18.060 ມາເປັນ 17.300.
2. ເພິ່ນໄດ້ເອີ້ນບັນດາທະນາຄານໃຫ່ຍໃນປະເທດເພື່ອມາຫາວິທີທາງແກ້ໄຂບັນຫາຂາດແຄນເງິນຕາຕ່າງປະເທດ ແລະ ບັນຫາເງິນເຝີ້ພາຍໃນປະເທດ.
3. ໃນທ້າຍເດືອນພຶດສະພານີ້ ຈະສາມາດກັ່ນນ້ຳມັນກາຊວນອອກມາໃຊ້ເອງໄດ້ ຈຳນວນ 10 ລ້ານລິດ/ເດືອນ ຂອງບໍລິສັດຍອດງື່ມພາວເວີ້.
4. ລັດວິສາຫະກິດນ້ຳມັນເຊື້ອໄຟລາວໄດ້ສະເໜີຂໍຢືມນ້ຳມັນສຸກເສີນຈາກກົມເຊື້ອໄຟ, ກະຊວງປ້ອງກັນຄວາມສະຫງົບຈຳນວນ 1.000.000 ລິດ ເພື່ອແກ້ໄຂບັນຫາສະເພາະໜ້າໃນຕອນນີ້.
5. ເພິ່ນໄດ້ສະເໜີຂໍຊື້ນ້ຳມັນເຊື້ອໄຟລາຄາຍ່ອມເຍົາຈາກ ຣັດເຊຍ ນີ້ເປັນການແກ້ບັນຫາໃນໄລຍະຍາວພວກເຮົາອາດຈະໄດ້ໃຊ້ນ້ຳມັນໃນລາຄາທີ່ຖືກລົງປະມານ 10.000/ ລິດ ກໍເປັນໄດ້. ແຕ່ມັນກໍຍັງມີຫຼາຍຂະບວນການພໍສົມຄວນກວ່າຈະຮອດເວລານັ້ນກໍຕ້ອງໄດ້ໃຊ້ເວລາ.
ປຊຊ ຄົນທຳມະດາແນວເຮົາເດຕ້ອງປັບຕົວແນວໃດ??
ຕອບງ່າຍໆເລີຍກໍຄືໃຊ້ຊີວິດປົກກະຕິ ຊື້ເທົ່າທີ່ຕ້ອງການ ໃຊ້ເທົ່າທີ່ມີ ນຳໃຊ້ກົນລະຍຸດປະຢັດ ໃຊ້ຈ່າຍແຕ່ແນວຈຳເປັນ ຢ່າແຕກຕື່ນ ຢ່າກັກຕຸນ ມັນຈະເຮັດໃຫ້ຂາດສົມດູນທາງການຕະຫຼາດ
ສະຫຼຸບ: ບັນຫາການຂາດແຄນນ້ຳມັນນີ້ມັນກໍມີຈິງແຕ່ເປັນພຽງໄລຍະເວລາສັ້ນໆເທົ່ານັ້ນ ແຕ່ວ່າມັນເປັນຈິດຕະສາດເຮັດໃຫ້ຜູ້ຄົນແຕກຕື່ນພາກັນກັກຕຸນເງິນຕາ ນ້ຳມັນ ເຮັດໃຫ້ຂາດແຄນຕະຫຼາດ ແລະ ສົ່ງຜົນໃຫ້ລາຄາກໍສູງໄປນຳ.