ເຈົ້າແຂວງແຂວງວຽງຈັນ ໄດ້ອອກຄໍາສັ່ງ: ປິດກິດຈະການຂອງຮ້ານອາຫານ ຄຣາດຊິກ (ຮ້ານຟຸ່ຍ)ຢູ່ບ້ານນາຍາງເມືອງໂພນໂຮງແຂວງວຽງຈັນຢ່າງຖາວອນ ເນື່ອງຈາກວ່າຮ້ານດັ່ງກ່າວເຄື່ອນໄຫວບໍ່ສອດຄ່ອງກັບລະບຽບການ ຂອງຂະແໜງການທີ່ກ່ຽວຂ້ອງ,ມອບໃຫ້ພະແນກ ຖວທ ເມືອງໂພນໂຮງ ເຈົ້າໜ້າທີ່ ປກສ ແລະ ພາກສ່ວນທີ່ກ່ຽວຂ້ອງຈັດຕັ້ງປະຕິບັດຕາມຄໍາສັ່ງນີ້ ຢ່າງເຂັ້ມງວດ.
ອີງຕາມ ກົດໝາຍວ່າດ້ວຍການທ່ອງທ່ຽວ ສະບັບປັບປຸງ ເລກທີ 32/ສພຊ, ລົງວັນທີ 24 ກໍລະກົດ 2013.
ອີງຕາມ ກົດໝາຍວ່າດ້ວຍການຄຸ້ມຄອງທ້ອງຖິ່ນ (ສະບັບປັບປຸງ) ສະບັບເລກທີ 68/ສພຊ, ລົງວັນທີ 14ທັນວາ 2015.
ອີງຕາມ ຂໍ້ຕົກລົງຂອງທ່ານເຈົ້າ ວ່າດ້ວຍ ການແຕ່ງຕັ້ງຄະນະສະເພາະກິດ ແກ້ໄຂປະກົດການຫຍໍ້ທໍ້ທາງດ້ານວັດທະນະທໍາ-ສັງຄົມ ຂອງແຂວງສະບັບເລກທີ 62/ຈຂ.ວຈ, ລົງວັນທີ 23 ມັງກອນ 2019.
ອີງຕາມ ໜັງສືລາຍງານ ຂອງຫົວໜ້າພະແນກຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງວຽງຈັນສະບັບເລກທີ 719, ລົງວັນທີ 30 ກໍລະກົດ 2020.