ຜູ້ເສຍຊີວິດຊື່ ທ້າວ ນະຍົກ ອາຍຸ 46ປີ ເປັນເຈົ້າຂອງຮ້ານສ້ອມແປງລົດແລະຍັງເປັນອາສາສະໝັກສະມາຄົມເນນແກ້ວກູ້ໄພທາງຫຼວງສຸພັນບຸລີ ປະເທດໄທ ລາວເສຍຊີວິດໃນຊ່ວງຕອນເດິກຂອງວັນທີ່ 27ຕຸລາ ທີ່ຜ່ານມາ ເນື່ອງຈາກຂີ່ລົດຈັກລົ້ມເອງ ແລ້ວຖືກລົດກະບະທີ່ຂັບນຳມາຢຽບທັບຈົນເສຍຊີວິດ.
ປາກົດວ່າບັນດາສ່ຽວໆເຊິ່ງເປັນອາສາສະໝັກນຳກັນໄດ້ນຳລົດຕູ້ກູ້ໄພທີ່ຕິດເຄື່ອງສຽງມາຈອດຢູ່ໜ້າສາລາ ພ້ອມກັບເປີດເພງແລະໃຫ້ສາວໆ ໂຄໂຍຕີ້ມາເຕັ້ນໜ້າໂລງເພື່ອໃຫ້ຜູ້ເສຍຊີວິດເບິ່ງ ເຮັດໃຫ້ບັນຍາກາດປ່ຽນໄປ ຈາກທີ່ໂສກເສົ້າກາຍເປັນມ່ວນຊື່ນ ທັງພໍ່ແລະແມ່ຂອງຜູ້ເສຍຊີວິດທີ່ຢູ່ໃນອາການເສຍໃຈກໍ່ປ່ຽນອາລົມມີຄວາມສຸກ ນັ່ງຕົບມືຢ່າງສະໜຸກສະໜານ ພ້ອມກັບແຈກເງິນລາງວັນໃຫ້ສາວໂຄໂຍຕີ້ ໂດຍແມ່ບອກວ່າຮູ້ສຶກຊຶ້ງໃຈຫຼາຍທີ່ເຫັນໝູ່ເພື່ອນຂອງລູກຊາຍຮັກກັນແລະມາຊ່ວຍງານຢ່າງເຕັມທີ່.
ບັນດາໝູ່ເພື່ອນບອກວ່າ ຜູ້ເສຍຊີວິດເປັນຄົນອາລົມດີ ສະໜຸກສະໜານ ແລະ ມັກໂຄໂຍຕີ້ ເຄີຍເວົ້າຢອກແລະໃຫ້ສັນຍາກັນວ່າຖ້າໃຜເສຍຊີວິດກ່ອນ ຈະຊອກໂຄໂຍຕີ້ມາເຕັ້ນໜ້າໂລງໃຫ້ ຫຼັງຈາກສັນຍາກັນບໍ່ດົນ ທ້າວ ນະຍົກ ກໍ່ເກີດອຸປະຕິເຫດ ເຮັດໃຫ້ໝູ່ເພື່ອນໄດ້ເຮັດຕາມສັນຍາທີ່ເຄີຍໃຫ້ໄວ້. ສ່ວນການແຕ່ງໂຕຂອງສາວໂຄໂຍຕີ້ກໍ່ຈະແຕກຕ່າງຈາກງານທົ່ວໄປ ໂດຍເນັ້ນບໍ່ໂຊຫຼາຍແລະເປັນສີຂາວດຳ.
ເຮັດຕາມສັນຍາແລ້ວນະ ຈົ່ງໄປສູ່ສຸຂະຕິເຖີດ