ເສ່ຍເຕ້ຍ! ເປີດເຜີຍທັ້ງນ້ຳຕາ ຊັດກັບເຈ້ອໍ ອີກມຸມເລື່ອງຈ້າງຢ່າ 50 ລ້ານ ຈັບໄດ້ເຫັນຄາຕາໃນຫ້ອງນ້ຳ

ເສ່ຍເຕ້ຍ! ເປີດເຜີຍທັ້ງນ້ຳຕາ ຊັດກັບເຈ້ອໍ ອີກມຸມເລື່ອງຈ້າງຢ່າ 50 ລ້ານ ຈັບໄດ້ເຫັນຄາຕາໃນຫ້ອງນ້ຳ

‘ເສ່ຍເຕ້ຍ’ ແສທັ້ງນ້ຳຕາ ຊັດກັບເຈ້ອ໋ ອີກມຸມເລື່ອງຈ້າງຢ່າ 50 ລ້ານ ຈັບໄດ້ເຫັນຄາຕາໃນຫ້ອງນ້ຳ ເປີດເຜີຍທີ່ຜ່ານມາອົດທົນມາຕະຫລອດ ຂໍຮ້ອງອະດີດພັນລະຍາຢ່າສ້າງພາບ

ກໍລະນີ ເຈ້ອ໋ ດວງເອງ ຫລືນາງວອນນະລີ ປັນຍາໃສ ສາວກຸມພະວາປີ ເປິດໃຈຫລັງຊີວິດພິກຖືກລາງວັນທີ່ 1 ປີ 2561 ໄດ້ເງິນມາ 90 ລ້ານ ແຕ່ຕອນນີ້ເລີກກັບສາມີໃຫມ່ແລ້ວ ພ້ອມໃຫ້ເງິນອະດີດສາມີໄປກວ່າ 30 ລ້ານ ລວມທັ້ງຊັບສິນອີກກວ່າ 20 ລ້ານ

ກ່ອນທີ່ ເສ່ຍເຕ້ຍ ອະດີດສາມີເຈ້ອ໋ ຈະໄລສົດ ເປີດເຜີຍເຖິງການໃຊ້ຊີວິດຫລັງໄດ້ຮັບເງິນສ່ວນແບ່ງຈາກອະດີດພັນລະຍາ ໂດຍນຳເງິນບາງສ່ວນໄປແຕ່ງຫນ້າໃສຫນ້າຂາວ ທັ້ງຊີດວິຕາມິນ ເຮັດໃຫ້ຫນ້ານຽນໃສ ຕາມທີ່ສະເໜີຂ່າວໄປນັັ້ນ

ຫລ່າສຸດ ເມື່ອວັນທີ່ 10 ຕຸລາ ຜູ້ສື່ຂ່າວເຂົ້າໄປເບິ່ງໃນເຟຊບຸ໊ກຂອງ ເຕ້ຍ ອະດີດສາມີຂອງເຈ້ອ໋ ພົບວ່າໄດ້ໄລສົດຕອບໂຕ້ເຈ້ອ໋ເລື່ອງຈ້າງຢ່າ 50 ລ້ານ ຕອນຫນຶ່ງລະບຸວ່າ ຕົນເປັນຄົນຖືກກະທຳ ຕົນໄປໃສກໍ່ຖືກດ່າ ແຕ່ເລື່ອງທັ້ງຫມົດມັນບໍ່ແມ່ນຄວາມຈິງ ຖ້າຮູ້ຄວາມຈິງແລ້ວຈະອຶ້ງ ຕົນຂໍຊີ້ແຈງວ່າ ເຈ້ອ໋ບໍ່ຍອມຈົບ ໃຫ້ຂ່າວໄປເພື່ອຫຍັງ ຢາກໃຫ້ເດັກຜູ້ຊາຍມາຫລົງໄຫລວ່າຈ້າງຂ້ອຍເລີກ 50 ລ້ານ ນິໄສຍັງບໍ່ປ່ຽນເລີຍຕັ້ງແຕ່ຄົບກັນ ເວົ້າອອກມາໄດ້ແນວໃດ ເຮັດຫຍັງກັບຕົນແນວໃດກໍ່ໜ້າຈະຮູ້ຢູ່ແກ່ໃຈ

“ເກັບຄວາມລັບ ຄວາມທຸກໄວ້ດົນແລ້ວ ຄັ້ງທຳອິດເຈ້ອ໋ບອກໃຫ້ສາມີ 90 ລ້ານ ຄັ້ງທີ່ 2 ບອກໃຫ້ 30 ລ້ານ ຄົນຫວັງດີຖືກໄລ່ອອກຈາກບ້ານ ທຳຮ້າຍຂ້ອຍມາຈົນບໍ່ມີຫຍັງຜິດ ຂ້ອຍຕ້ອງທົນນອນເຝົ້າບ້ານໃຫ້ເຂົາໄປທ່ຽວທຸກຄືນ ບາງມື້ກໍ່ລະເມີເຖິງຊື່ຜູ້ຊາຍແລ້ວຂັບໄລ່ສາມີທີ່ຖືກຫວຍດ້ວຍກັນ ຫລອກຄົນວ່າໃຫ້ສາມີ 50 ລ້ານ ແຕ່ຂ້ອຍຊື້ຫວຍ ຖືກຫວຍມາ ສະສົມສົມບັດມາ ເກັບເງິນ ເກັບທອງ ເກັບເພດມາ ທີ່ຜ່ານມາເຂົາກັບບ້ານມາເວົ້າແຕ່ເລື່ອງຜູ້ຊາຍ ຂ້ອຍກໍ່ທົນ ຈັບໄດ້ວ່າລົມໂທລະສັບກັບຜູ້ຊາຍໃນຫ້ອງນ້ຳ ວິດີໂອຄອນລົມກັນ ຂ້ອຍຍັງອາຍຕົວເອງເລີຍ ຄວງຜູ້ຊາຍເຕັມໄປຫມົດ ທີ່ບໍ່ຟ້ອງຮ້ອງກໍ່ຖືວ່າເປັນບຸນແລ້ວ”

ອະດີດສາມີເຈ້ອ໋ ກ່າວທັ້ງນ້ຳຕາອີກວ່າ “ທຳອິດ 3 ປີຢູ່ກັນມາເຈ້ອ໋ປະຕິບັດຕົວດີຫລາຍ ຕົນຟື້ນຊີວິດຈາກຄົນຂີ້ເຫລົ້າເພາະເຂົາ ບອກວ່າບໍ່ມີໃຜຈິງໃຈກັບເຂົາເທົ່າຕົນອີກແລ້ວ ກ່ອນແຕ່ງງານຕອນນັ້ນຕົນມີເງິນ 2 ຫມື່ນ ກັບແຫວນເພດແຕ່ພໍ່ແມ່ບໍ່ຍອມເພາະອາຍຸເຮົາຕ່າງກັນ ແຕ່ກໍ່ດື້ຢູ່ດ້ວຍກັນ ທົນລຳບາກມາດ້ວຍກັນ ຕົນຖືກທຳລາຍຊີວິດມາໂດຍຕະລອດ ພໍໄປຕິດຜູ້ຊາຍແລ້ວກໍ່ມາຂໍຕົນຢ່າ ຂໍຮ້ອງວ່າຢ່າສ້າງພາບໃຫ້ມັນເກີນໄປ ຕົນບໍ່ເຂົ້າໃຈວ່າເຮັດໄປເພື່ອຫຍັງ ເວລາບໍ່ມີເງິນຍັງມາຫາຕົນເອົາທອງຕົນໄປ

ທີ່ຜ່ານມາຂ້ອຍເຈັບໃຈມາ 8-9 ເດືອນ ຖືກທຳລ້າຍຈິດໃຈມາຕະລອດ ເຂົາຄວງຜູ້ຊາຍມາໃນບ້ານຂ້ອຍຍັງອົດທົນມາໄດ້ເຖິງກັບຄຸກເຂົ່າຂໍຮ້ອງບໍ່ໃຫ້ຢ່າ ແຕ່ເຂົາບໍ່ສົນໃຈ ບອກວ່າເຂົາມີເດັກໃຫມ່ເຈົ້າຊູ້ກວ່າຂ້ອຍ ຮູ້ບໍ່ເງິນທີ່ຈ້າງຢ່າຄືສິນສົມລົດ ໃຫ້ຂ້ອຍມາ 30 ລ້ານ ເພດ ທອງ ຂ້ອຍກໍ່ເກັບມາ ອອກມາດ້ວຍຄວາມເຈັບປວດ ໃຫ້ຜູ້ຊາຍວິດີໂອຄອນມາໄລ່ຂ້ອຍ ຂ້ອຍຂໍຮ້ອງວ່າຢ່າມາເຫລິ້ນລະຄອນເລີຍ ທີ່ຜ່ານມາຂ້ອຍໃຫ້ອາໄພ ບໍ່ຕ້ອງມາທຳບຸນລ້າງບາບກັບຂ້ອຍ ເສ່ຍເຕ້ຍ ກ່າວ

ຂ່າວທົ່ວໄປ