ເມື່ອວັນທີ່ 28/6/2020 ນາງດາວວີ ຫືຼ ດາວ ໄດ້ເຂົ້າແຈ້ງຕໍ່ເຈົ້າໜ້າທີ່ ສຶບສວນສອບສວນ ແຂວງ ສະຫວັນນະເຂດ ວ່າຜົວຂອງຕົນເອງຊື່ທ້າວ ສຸກສົມພອນ ຄຳປະເສີດໄຊຍາອາຍຸ 30ປີ ໄດ້ຫາຍໂຕໄປເມື່ອວັນທີ 26/6/2020 ແລ້ວບໍ່ສາມາດຕິດຕໍ່ໄດ້ ເມື່ອເຈົ້າໜ້າທີ່ໄດ້ລົງພິສູດການແຈ້ງຄວາມເຫັນວ່າມີຈີງແທ້ ຈຶ່ງໄດ້ສົມທົບກັບພາກສ່ວນທີ່ກຽ່ວຂ້ອງລົງເກັບກຳຂໍ້ມູນ ເພື່ອຄົ້ນຫາຜູ້ສູນຫາຍ
ຕົກມາວັນທີ29/6 2020 ເວລາປະມານ 10 ໂມງ 44 ນາທີ ຜູ້ເປັນຜົວ ຊື່ທ້າວ ສຸກສົມພອນ ຄຳປະເສີດໄຊຍາໄດ້ສົ່ງ ວອດແອັບ (Whats App) ຫາເມຍ ນາງດາວວີ ໂອນງີນໃຫ້ຈຳນວນ(500.000)ຫ້າແສນບາດແລ້ວບອກເມຍບໍ່ໃຫ້ບອກໃຜເດີ້.ຕໍ່ມາຜູ້ເປັນເມຍກໍ່ໄປໂອນເງີນຈຳນວນ(300.000) ບາດໂອນເຂົ້າບັນຊີ Somsasi Phidavanh ເລກບັນຊີ05412020065445701 ຊຶງເປັນບັນຊີເງີນບາດ ແລ້ວໄດ້ໂອນເງີນກີບອີກຈຳນວນ 63.400.00 ກີບ(ຫົກສິບສາມລ້າມສີ່ແສນກີບ) ໂອນເຂົ້າບັນຊີ Somsasi Phidavanh ເລກບັນຊີ05412020065445701. ພາຍຫັຼງໂອນແລ້ວກໍ່ໄດ້ຕິດຕໍ່ຫາຜົວ ແລ້ວຜູ້ເປັນຜົວກໍ່ຕອບມາວ່າຂ້ອຍສິກັບແລ້ວ ມື້ອື່ນຄ່ອຍລົມກັນ.
ລາຍລະອຽດແມ່ນອ່ານນຳບົດລາຍງານຂ້າງລື່ມນີ້ຕື່ມ:
ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ເສຍຊີວິດ