ດ່ວນ! ແມ່ໂພສຕາມຫາລູກຊາຍຖືກລັກພາຕົວ ວອນສັງຄົມຊ່ວຍເຫຼືອຕາມຫາລົດຜູ້ກໍ່ເຫດ

ດ່ວນ! ແມ່ໂພສຕາມຫາລູກຊາຍຖືກລັກພາຕົວ ວອນສັງຄົມຊ່ວຍເຫຼືອຕາມຫາລົດຜູ້ກໍ່ເຫດ

ຕາຢ້ານຫຼາຍສັງຄົມທຸກມື້ນີ້ ມິດສາຊີບມີມາທຸກຮູບແບບ ສ້າງຄວາມເດືອດຮ້ອນຢ້ານກົວໃຫ້ແກ່ພໍ່ແມ່ປະຊາຊົນ ດັ່ງເຫດການຫຼ້າສຸດທີ່ເກີດຂຶ້ນໃນມື້ນີ້ ເດັກນ້ອຍຖືກລັກພາຕົວ ແມ່ຮ້ອນຮົນຕາມຫາຈົນທົ່ວຍັງບໍ່ພົບ.

ໂດຍຜູ້ໃຊ້ເຟສບຸກຊື່ ວິໄລ ວັນເພັງຈັນ ໄດ້ໂພສຂໍຄວາມຊ່ວຍເຫຼືອໃນວັນທີ 23 ກໍລະກົດ 2020 ອ້າງວ່າ: ລູກຊາຍຂ້ອຍຖືກລັກໂຕໄປມື້ເຊົ້ານີ້ໂດຍລົດຄັນນີ້ອຸ້ມໄປ ຍັງບໍ່ຮູ້ລາຍລະອຽດຂອງລົດ ແມ່ນໃຜເຫັນລົດຜູ້ຕ້ອງສົງໄສກະລຸນາແຈ້ງເບີ 030 2277349 ແມ່ເປັນຫ່ວງຫຼາຍ.

ເຊິ່ງເຫດການດັ່ງກ່າວເກີດຂຶ້ນຢູ່ບ້ານເມືອງນ້ອຍ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ຈຸດເກີດເຫດເເມ່ນຂ້າງຫ້ອງການ ບ້ານເມືອງນ້ອຍ ໂດຍນ້ອງຜູ້ຖືກລັກພາຕົວແມ່ນຮຜູ້ກ່ຽວກຳລັງຍ່າງໄປໂຮງຮຽນ.

ແນວໃດກໍ່ຕາມ ແອັດຂໍເປັນສື່ກາງຊ່ວຍເຫຼືອຕາມຫາານ້ອງຄົນນີ້ ພ້ອມຮຽກຮ້ອງມາຍັງແຟນເພຈທຸກທ່ານຊ່ວຍແຊແຈ້ງຂ່າວຕໍ່ເປັນຫູເປັນຕາຊ່ວຍກັນດ້ວຍ.

ສາລະໜ້າຮູ້