“ຈາກໄປຢ່າງສະງົບ” ຈາກດາວວິທະຍາໄລສູ່ດາລາໄວລຸ້ນຊື່ດັງ ຕ່າຍ ມະນັດສະນັນ ປານດີ

“ຈາກໄປຢ່າງສະງົບ” ຈາກດາວວິທະຍາໄລສູ່ດາລາໄວລຸ້ນຊື່ດັງ ຕ່າຍ ມະນັດສະນັນ ປານດີ

ຈາກດາວວິທະຍາໄລສູ່ດາລາໄວລຸ້ນຊື່ດັງ ງານເງິນຄົນຮັກຄົນຮູ້ຈັກເຂົ້າມາເຕັມ ຄວາມສວຍລວຍດ້ວຍສະເຫນ່ ບວກກັບຄວາມຫນ້າຮັກ ໆ ເຮັດໃຫ້ເດັກຊາວບ້ານຈົນໆ ຄົນຫນຶ່ງກ້າວເຂົ້າມາສູ່ເສັ້ນທາງຂອງດາລາ

ແລະແລ້ວຊີວິດເຫມືອນກັນກັບຫລີ້ນຕະລົກ ຊີວິດທີ່ເຄີຍລຸ້ງໂລດງົດງາມ ສູ່ຄົນຕິດເຫລົ້າຢາ ລັກເລັກຂະໂມຍນ້ອຍ ທ້າຍສຸດກໍເປັນຂໍທານຂ້າງຖະນົນຈົນບໍ່ເຫລືອຮູບຮ່າງຂອງຄວາມສວຍງາມ ເຫມືອນບຸນຂອງນາງພໍຍັງມີ ຈຶ່ງໄດ້ຮັບການຊ່ວຍເຫລືອນຳໄປບຳບັດຮັກສາ ດ້ວຍນ້ຳໃຈຈາກເພື່ອດາລາດ້ວຍກັນ

ແລະແລ້ວວັນນີ້ນາງກະຈາກໄປ ຕ່າຍ ມະນັດສະນັນ ປານດີ ສິ່ງທີ່ຫນ້າສຶກສາ ຄື ເພາະເຫດໃດ ນາງຈຶ່ງປ່ອຍໃຫ້ຊີວິດຈົມໃນຫ້ວງເຫວເລິກເຖີງພຽງນີ້ ທັງທີ່ໂອກາດແລະຊື່ສຽງຂອງນາງມີດີກວ່າຫລາຍ ໆຄົນ

ສິ່ງເຫລົ່ານີ້ຫນ້າຄົ້ນຫາຄຳຕອບ Mindset ກະບວນການຄິດ ກຸສົນກຳ ຄືອັນໃດທີ່ເຮັດໃຫ້ຊີວິດພິກຜັນໄປເຖີງພຽງນີ້

ສາລະໜ້າຮູ້