ວ້າວວເກັ່ງແທ້ໆ..!!ພິກກີ້ – ສີຫາລາດ ນ້ອງສາວ ແອັບເປີ້ນ ອອກລົດໃໝ່ປ້າຍແດງດ້ວຍເງິນຕົນເອງ

ວ້າວວເກັ່ງແທ້ໆ..!!ພິກກີ້ – ສີຫາລາດ ນ້ອງສາວ ແອັບເປີ້ນ ອອກລົດໃໝ່ປ້າຍແດງດ້ວຍເງິນຕົນເອງ

ຖືວ່າເປັນທີ່ຮູ້ຈັກກັນດີກັບສາວໜ້າຫວານ”ພິກກີ້ – ພິລາລັກ ສີຫາລາດ” ນ້ອງສາວແທ້ໆຂອງສາວລາວຄົນດັງ “ແອັບເປີ້ນ – ສີສະຫງຽນ ສີຫາລາດ” ແລະ ທັງສອງມີໜ້າຕາ ງາມຄືດັ່ງຝາແຝດກໍບໍ່ປານ.

ສຳລັບສາວ ພິກກີ້ ສາວລາວຜູ້ໜ້າຮັກຄົນນີ້, ຕ້ອງບອກເລີຍວ່ານອກຈາກຄວາມງາມ ຄວາມເຊັກຊີທີ່ມີຢູ່ເຕັມລົ້ນ ຍັງພຽບພ້ອມດ້ວຍຄວາມສາມາດ ເພາະເຮົາຈະໄດ້ເຫັນນ້ອງຫຼ້າຂອງຕະກຸນ ສີຫາລາດ ຮັບງານພຣີເຊັນເຕີ້ໂຄສະນາ ແລະ ໂຊທັກສະຄວາມສາມາດໃນການຮ້ອງເພງປ່ອຍອອກມາໃຫ້ຟັງຢູ່ເລື້ອຍໆຜ່ານຢູທູບ.

ລ່າສຸດ..!! 22 ຕຸລາ 2020 ໂດຍສາວແອັບເປີ້ນໄດ້ໂພສວ່າ: ຖອຍລົດແລ້ວນ້ອງສາວເອື້ອຍ ,ເທື່ອນີ້ຖອຍເອງ, ເລືອກເອງ,ອອກເງິນເອງ, ພູມໃຈຕະຫຼອດທຸກເທື່ອທີ່ເຫັນນ້ອງເຮັດວຽກໄດ້ເງິນ ,ຕື່ນເຊົ້າອອກຈາກບ້ານບາງເທື່ອເອື້ອຍຍັງບໍ່ທັນຕື່ນນອນຊໍ້າ ,ນ້ອງໄປເຮັດວຽກແລ້ວ ,ຕັ້ງແຕ່ເປີ້ນຖືພາ ຜ່ານມາກຳລັງຈະ 2 ປີ ບໍ່ຢາກຈະເຊື່ອ ມີແຕ່ພິກກີ້ ໄປຈັດການທຸກຢ່າງ ພະນັກງານເກືອບ 60 ຊີວິດ ນາງຄຸມໝົດ ກັບບ້ານມາຍັງເຮັດກິນໃຫ້ຈູນີ່(ຫຼານ) ,ແຕ່ລະເດືອນໃຫ້ເງິນເດືອນແມ່ອີກ ແລະ ທີ່ເວົ້າມານີ້ຄືຄວາມຈິງທັງໝົດ. ແລະ ອີກ 4 ປີ ພິກກີ້ຈະຊື້ບ້ານເປັນຂອງໂຕເອງ (ແອັດຂໍຊົມເຊີຍເດີ້ ທັງງາມທັງເກັ່ງອີຫຼີລູກສາວບ້ານນີ້)

ຂ່າວທົ່ວໄປ