ສຶກສາອົບຮົມບຸກຄົນທີ່ຖ່າຍຄຣິບວີດີໂອ ມິ່ນປະໝາດການປະຕິບັດງານຂອງເຈົ້າໜ້າທີ່

ສຶກສາອົບຮົມບຸກຄົນທີ່ຖ່າຍຄຣິບວີດີໂອ ມິ່ນປະໝາດການປະຕິບັດງານຂອງເຈົ້າໜ້າທີ່

ເຫດສຶກສາອົບຮົມເກີດຂຶ້ນເມື່ອທ້າວ ສົມເພັດ ອາຍຸ 37 ປີ ຢູ່ບ້ານນາໄຫ ເມືອງຫາດຊາຍຟອງ ແລະ ທ້າວ ເພັດຈັນທະສອນ ອາຍຸ 48 ປີ ຢູ່ບ້ານໂພນປາເປົ້າ ເມືອງສີສັດຕະນາກ ທັງສອງຄົນເປັນນັກທຸລະກິດຢູ່ນະຄອນຫຼວງວຽງຈັນ, ຖືກເຈົ້າໜ້າທີ່ ປກສ ເມືອງຫາດຊາຍຟອງ ໝາຍເຊີນມາຊີ້ແຈງ ພ້ອມທັງເຮັດບົດບັນທຶກກ່າວເຕືອນໄວ້ເປັນຫຼັກຖານ ໃນວັນທີ 17 ສິງຫາ 2020 ຖານມິ່ນປະໝາດຕໍ່ການປະຕິບັດໜ້າທີ່ຕັ້ງດ່ານກວດຂອງເຈົ້າໜ້າທີ່.

ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງຫາດຊາຍຟອງ ໃຫ້ຮູ້ວ່າ: ວັນທີ 31 ກໍລະກົດ 2020 ເວລາ 20:00 ໂມງ ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ປກສ ເມືອງຫາດຊາຍຟອງ ໄດ້ລົງຕັ້ງດ່ານກວດກາສະພາບຄວາມບໍ່ເປັນລະບຽບຮຽບຮ້ອຍຕາມສາຍທາງຕາມທິດຊີ້ນໍາຂອງຂັ້ນເທິງ ຕົກມາຮອດເວລາ 23:00 ໂມງໄດ້ມີທ້າວ ສົມເພັດ ແລະ ທ້າວ ເພັດຈັນທະສອນ ຂີ່ລົດເກງສີຂາວ ໝາຍເລກທະບຽນ ກຜ 4381 ຂີ່ລົດກາຍໄປແລ້ວໂຄ້ງກັບມາ

ພ້ອມທັງລົງຈາກລົດແລ້ວໃຊ້ມືຖືຖ່າຍຄຣິບວີດີໂອ ແລະ ຖາມເບິ່ງໃບອະນຸຍາດ ຫຼື ຂໍ້ຕົກລົງ ໃນການລົງຕັ້ງດ່ານປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ ດັ່ງນັ້ນ ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ຈຶ່ງໄດ້ລາຍງານໃຫ້ພະແນກຕໍາຫຼວດ ໜ່ວຍງານຄະດີອາຍາ ປກສ ເມືອງຫາດຊາຍຟອງຮັບຊາບ ເພື່ອລົງເກັບກໍາຂໍ້ມູນຕົວຈິງ ພ້ອມທັງສະເໜີໃຫ້ພວກກ່ຽວທັງສອງຄົນອອກມາຊີ້ແຈງ ແລະ ແກ້ໄຂທາງສື່ອອນລາຍ ເພື່ອໃຫ້ສັງຄົມຮັບຮູ້ ແລະ ເຂົ້າໃຈຕໍ່ກັບເຫດການທີ່ເກີດຂຶ້ນ ເພື່ອບໍ່ໃຫ້ຜູ້ອື່ນເຮັດເປັນແບບຢ່າງ.

ຕໍ່ກັບເຫດການທີ່ເກີດຂຶ້ນ ທັງສອງໄດ້ກ່າວຂໍໂທດຕໍ່ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ປກສ ເມືອງຫາດຊາຍຟອງ ພ້ອມທັງຍອມຮັບວ່າ: ຍ້ອນເມົາ ແລະ ຍ້ອນຄວາມຂ້ອງຄາໃຈທີ່ເຫັນເຈົ້າໜ້າທີ່ມາຕັ້ງດ່ານຢູ່ຈຸດບ້ານໜອງໄຮ-ບ້ານດົງຄໍາຊ້າງ ເພາະເປັນຈຸດທີ່ຢູ່ໃກ້ກັບຮ້ານອາຫານຂອງຕົນເອງ ເຮັດໃຫ້ບໍ່ມີແຂກມາເຂົ້າຮ້ານ ຈຶ່ງໄດ້ຖ່າຍຄຣິບວີດີໂອໄວ້ ພ້ອມທັງຖາມເບິ່ງໃບອະນຸຍາດ ຫຼື ຂໍ້ຕົກລົງຂອງເຈົ້າໜ້າທີ່ກ່ຽວກັບການຕັ້ງດ່ານ ແຕ່ບໍ່ໄດ້ເອົາລົງເຟສບຸກ.

ການກະທໍາຜິດໃນຄັ້ງນີ້ ຕົນທັງສອງແມ່ນຮູ້ສຶກຜິດ ກິນແໜງແຄງໃຈ ແລະ ຂໍປະຕິຍານຕົນວ່າ ຈະໄປຊີ້ແຈງໃຫ້ສັງຄົມອອນລາຍ ແລະ ສັງຄົມໄດ້ຮັບຊາບ ຈະປ່ຽນແປງບໍ່ເຮັດຄືເກົ່າອີກ ຖ້າມີອີກແມ່ນໃຫ້ເຈົ້າໜ້າທີ່ດໍາເນີນຕາມຂັ້ນຕອນຂອງກົດໝາຍຢ່າງເຂັ້ມງວດ.

ສາລະໜ້າຮູ້