ຊາຍພິການ ໃຊ້ນິ້ວຕີນກົດປຸ່ມພິມສົ່ງຂໍ້ຄວາມ ຂໍຄວາມຊ່ວຍເຫລືອ

ຊາຍພິການ ໃຊ້ນິ້ວຕີນກົດປຸ່ມພິມສົ່ງຂໍ້ຄວາມ ຂໍຄວາມຊ່ວຍເຫລືອ

ສຸດສົງສານຫນຸ່ມພິການໃຊ້ນິ້ວຕີນພິມຂໍ້ຄວາມເພື່ອຂໍຄວາມຊ່ວຍເຫລືອ ພໍ່ເສຍຊີວິດ ປູ່ ຍ່າແລະແມ່ ປ່ວຍໂລກຫລາຍໂລກ ແມ່ທຳງານຫາລ້ຽງຄອບຄົວພຽງຄົນດຽວ

ນາງຟ້າຊາລອນໄດ້ນຳເລື່ອງລາວສຸດໜ້າສົງສານຂອງຫນຸ່ມພິການຄົນຫນຶ່ງເລົ່າໃຫ້ຟັງວ່າ ໜ້າສົງສານຫລາຍ ໆ ຊາຍພິການໃຊ້ນິ້ວຕີນກົດປຸ່ມພິມສົ່ງຂໍ້ຄວາມມາຂໍຄວາມຊ່ວຍເຫລືອຈາກນາງຟ້າຊາລອນ ເພື່ອໃຫ້ຊ່ວຍແມ່ຂອງເຂົາດ້ວຍ ໂດຍມື້ນີ້ນາງຟ້າຊາລອນໄດ້ເດີນທາງມາທີ່ ຈ.ລົບບຸລີ ເພື່ອມາຢ້ຽມຊາຍພິການຫລັງຈາກໄດ້ຮັບຂໍ້ຄວາມຂໍຄວາມຊ່ວຍເຫລືອ ຊຶ່ງຕອນທຳອິດນາງຟ້າຊາລອນຄິດວ່າຄົງເປັນແມ່ຂອງຊາຍພິການຫລືຍາດ ໆ ຂອງເຂົາສົ່ງຂໍ້ຄວາມມາ ແຕ່ຄວາມເປັນຈິງບໍ່ແມ່ນເລີຍ ທຸກຕົວອັກສອນ ລ້ວນແລ້ວແຕ່ເປັນຊາຍພິການຄົນນີ້ພະຍາຍາມໃຊ້ນິ້ວຕີນກົດປຸ່ມພິມສົ່ງມາ ໜ້າສົງສານຫລາຍ  ລອງອ່ານຂໍ້ຄວາມທີ່ສົ່ງມາແລ້ວ

ຂ້ອຍຊື່ ທ້າວ ນົບພອນ ປັກສີ ຊື່ເຫລິ້ນເທ່ ຂ້ອຍເກີດວັນທີ່ 4 ເມສາ. ພ.ສ. 2535 ດຽວນີ້ຂ້ອຍຢູ່ຈັງຫວັດລົບບຸລີ ຄອບຄົວຂອງຂ້ອຍມີ 4 ຄົນ ມີປູ່ຊື່ທ້າວນ້ອມ ແຈ່ມຈ້າ ອາຢຸ 82 ປີ ປູ່ເປັນເສັ້ນເລືອດໃນສະມອງຕີບແຂນຂ້າງຂວາອ່ອນແຮງ ຂາບໍ່ມີແຮງ ໄຂມັນອຸດຕັນ ຍ່າຊື່ນາງແກ້ວ ແຈ່ມຈ້າ ອາຍຸ82 ປີ ຍ່າເປັນເບົາຫວານ ຄວາມດັນ ໄຕ ໄຂມັນອຸດຕັນ ຫົວໃຈຫອບຫືດ ດຽວນີ້ຍ່າຂ້ອຍຕິດຕຽງຍ່າງບໍ່ໄດ້ເລີຍ ແມ່ຂ້ອຍຊື່ນາງຢາດຝົນ ພູນສຸກ ອາຍຸ 56 ປີ ແມ່ຂ້ອຍຕາເປັນຕໍ້ຫິນ ເປັນຄວາມດັນ ເບົາຫວານ ຫົວໃຈ ໄຂມັນອຸດຕັນ ແລະຕົວຂ້ອຍເອງບໍ່ມີພໍ່ ພໍ່ຂ້ອຍຖືກລົດຕຳເສຍຊີວິດຕັ້ງແຕ່ຂ້ອຍອາຍຸໄດ້ 2ປີ

 

ສ່ວນຕົວຂ້ອຍຕອນເກີດມາຜິດປົກກະຕິເຮັດໃຫ້ຂ້ອຍພິການ ຂ້ອຍຊ່ວຍເຫລືອຕົວເອງໄດ້ໜ້ອຍດຽວ(ມືແລະນິ້ວຂອງຂ້ອຍງໍ) ຂ້ອຍພະຍາຍາມໃຊ້ຕີນຄີບຜ້າມາໃກ້ໆມືເພື່ອຈະໄດ້ຢິບຜ້າຂຶ້ນມາເຊັດປາກ ພະຍາຍາມລຸກນັ່ງເອງແລະຝຶກໃຊ້ຕີນກົດໂທລະສັບ ຂ້ອຍຕ້ອງພິການຕະລອດຊີວິດບໍ່ມີທາງຮັກສາ ແຕ່ຂ້ອຍຮູ້ເລື່ອງທຸກຢ່າງຮຽນຫນັງສືຈົບ ມ.3 ເຫມືອນເດັກທົ່ວ ໆ ໄປຂ້ອຍພິການແຕ່ແຂນ-ຂາເທົ່ານັ້ນ

ແມ່ຂ້ອຍເຮັດວຽກເປັນລູກຈ້າງຊົ່ວຄາວຂອງສຳນັກງານຊົນລະປະທານທີ່ 10 ຈັງຫວັດລົບບຸລີ ປູ່ກັບຍ່າຂ້ອຍເຖົ້າຫລາຍແລ້ວແລະທ່ານທັງ 2 ກໍ່ປ່ວຍເປັນຫລາຍໂລກຊ່ວຍເຫລືອຕົວເອງບໍ່ຄ່ອຍໄດ້ ແມ່ຂອງຂ້ອຍຈຶ່ງຕ້ອງທຳງານຫາລ້ຽງຄົນທັ້ງຄອບຄົວພຽງຜູ້ດຽວ ລາຍໄດ້ບໍ່ພຽງພໍ ຈຶ່ງຕ້ອງຫາເກັບຂອງເກົ່າຂາຍ ແລະກໍ່ຮັບນວດ ຂາຍເສື້ອຜ້າມືສອງແລະຮັບຈ້າງທຸກຢ່າງເພື່ອທີ່ຈະມີລາຍໄດ້ເສີມມາຈຸນເຈືອຄົນໃນຄອບຄົວ ຕອນນີ້ຂ້ອຍກໍ່ຂາຍຂອງອອນໄລແລະຮັບເຕິມເງິນໂທລະສັບມືຖືທຸກລະບົບ ເພື່ອຊ່ວຍໃຫ້ມີລາຍໄດ້ເສີມອີກແຮງ (ສ່ວນຫລາຍຄົນທີ່ຮູ້ວ່າຂ້ອຍຂາຍຂອງແລະເຕີມເງິນຈະເປັນຄົນແຖວບ້ານແລະຄົນທີ່ເປີດເບີ່ງປະວັດຊີວິດຂອງຂ້ອຍ)ພວກເຂົາຈຶ່ງເກີດຄວາມສົງສານຂ້ອຍຊ່ວຍຊື້ຂອງຊ່ວຍເຕີມເງິນກັບຂ້ອຍ ແຕ່ດຽວນີ້ບໍ່ມີລາຍໄດ້ເລີຍເພາະມີສະພາບຂອງໂລກໂຄວິດເຂົ້າມາ ໄດ້ໂປດເມດຕາຄອບຄົວຂ້ອຍແດ່ເດີ”

ໂດຍທຸກໆທ່ານ ສາມາດສົ່ງເຂົ້າສານອາຫານແຫ້ງ ນ້ຳດື່ມ ນົມ ຕ່າງ ໆ ໄປຊ່ວຍເຫລືອໄດ້ຕາມທີ່ຢູ່ເລີຍເດີ ສາມາດສົ່ງມາໄດ້ທີ່ ຊື່ທ້າວນົບພອນປັກສີ ທີ່ຢູ່ 52/43 ຫມູ່3 ຕ.ເຂົາພະງາມ ອ.ເມືອງ ຈ.ລົບບຸລີ 15160 ໂທຣ 087-298-6547 ແມ່

ສາລະໜ້າຮູ້