ບົດຮຽນ ເມື່ອກັກຕົວຄົບກຳນົດ 14 ມື້ ສະຫຼຸບແບບນີ້ (ຄົບ14ມື້ ມືີ້ທີ່15ຈຶ່ງໄດ້ອອກ)
ເມື່ອຮອດມື້ທີ່15 ເຈົ້າໜ້າທີ່ປະຈຳສູນ ເພິ່ນຈະອອກໃບຢັ້ງຢືນ ການຕິດຕາມສຸຂະພາບຈາກແພດ ໃຫ້ເຮົາເພື່ອເປັນຫຼັກຖານຢັ້ງຢືນຜົນການກວດພະຍາດໂຄວິດ-19ວ່າບໍ່ມີເຊື້ອ ແລະ ໄດ້ຕິດຕາມອາການ ເຫັນວ່າບໍ່ມີອາການຜິດປົກກະຕິ ຈົນຄົບ14ມື້ຕາມກຳນົດ ແລ້ວກໍ່ສາມາດກັບບ້ານໄປໃຊ້ຊີວິດປົກກະຕິໄດ້
ກ່ອນອອກຈາກສູນໃຫ້ຍື່ນໃບຢັ້ງຢືນແພດແຈ້ງກັບຫນ່ວຍງານ ປກສ (ຕຳຫລວດ) ກວດສອບລາຍຊື່ອີກຄັ້ງ ເພື່ອບໍ່ໃຫ້ມີການສວມຮອຍ ຜູ້ບໍ່ມີໃບລັກກັບບ້ານກ່ອນກຳນົດ
ລົດກັບບ້ານ ແມ່ນຖ້າໃຜຢູ່ບ້ານໄກ ໃຫ້ຕິດກັບອ້າຍທະຫານໄວ້ລ່ວງຫນ້າເພື່ອເພິ່ນຈະ ຈັດຫາລົດໂດຍສານໃຫ້ມາຮັບ ສ່ວນຜູ້ທີ່ມີພີ່ນ້ອງ ຢູ່ໃກ້ກໍ່ໃຫ້ຕິດຕໍ່ໃຫ້ພີ່ນ້ອງມາຮັບ
ພີ່ນ້ອງລາວ ທີ່ໄປທ່ອງທ່ຽວ ຫຼື ໄປເຮັດວຽກ (ຖືກກົດໝາຍ ຫຼື ຜິດກົດໝາຍ) ທີ່ຢູ່ຕ່າງປະເທດ(ໄທ) ແລະ ຢາກກັບບ້ານວ່າ: ຢ່າລັກລອບເຂົ້າເມືອງແບບຜິດກົດໝາຍ ຢ່າຢ້ານທີ່ຈະຕິດຕໍ່ເຈົ້າໜ້າທີ່ ດຽວນີ້ເພິ່ນມີນະໂຍບາຍພິເສດ ພຽງແຕ່ໂທໄປແຈ້ງສະຖານທູດລາວປະຈຳປະເທດທີ່ທ່ານຢູ່ ຫຼື ເຈົ້າໜ້າທີ່ ຕມ ປະຈຳດ່ານວ່າຕ້ອງການຈະກັບບ້ານ ເພິ່ນກໍ່ຈະປະສານທາງໜ່ວຍສະເພາະກິດຝັ່ງລາວໃຫ້ ຫຼັງຈາກນັ້ນ ໜ່ວຍສະເພາະກິດ ຈະໄດ້ກະກຽມທີ່ພັກ ແລະ ອາຫານໄວ້ຖ້າກ່ອນ ຈິ່ງຈະໄປຮັບທ່ານຢູ່ດ່ານເພື່ອມາພັກ(ກັກຕົວ) ຢູ່ສູນ. ການກັກຕົວແມ່ນກັກເພື່ອເກັບຕົວຢ່າງໄປກວດຫາເຊື້ອພະຍາດໂຄວິດ-19 ແລະ ຕິດຕາມອາການ ຖ້າຫາກພົບຜູ້ຕິດເຊື້ອຈະໄດ້ສົ່ງໄປປິ່ນປົວໃຫ້ທັນເວລາ(ປົວຟຣີ) ແລະ ເພື່ອບໍ່ໃຫ້ມີການແຜ່ລະບາດເຊື້ອໃຫ້ກັບຜູ້ອື່ນອີກຕໍ່ໄປ
ອີກພາກສ່ວນໜຶ່ງ ທີ່ສຳຄັນ ແລະ ມີບົດບາດໃນສູນກັກຕົວແຫ່ງນີ້ ກໍ່ຄື ພະແນກແຮງງານ ແລະ ສະຫວັດດີການສັງຄົມ(ຮສສ) ເພິ່ນໄດ້ຈັດໃຫ້ມີທີມ ເພື່ອໃຫ້ຂໍ້ມູນແກ່ ແຮງງານທີ່ມາກັກຕົວ ເປັນຕົ້ນເຊັ່ນ ວິທີການເດີນທາງໄປເຮັດວຽກຢູ່ຕ່າງປະເທດຢ່າງຖືກຕ້ອງ ແລະ ຂໍ້ມູນກ່ຽວກັບ ການຫາວຽກເຮັດງານທຳໃນບ້ານເຮົາ ເພິ່ນມີຂໍ້ມູນກ່ຽວບໍລິສັດໃຫຍ່ໆ (ບໍລິສັດຕ່າງປະເທດມາລົງທຶນຢູ່ບ້ານເຮົາ) ຫຼາຍບໍລິສັດ ທີ່ກໍາລັງເປີດຮັບສະໝັກ ແຮງງານຈໍານວນຫຼາຍ ຖ້າສົນໃຈສາມາດຕິດຕໍ່ສອບຖາມ ທ່ານສຸດທິໄຊ ສົມພາວັດ 02022233438 (ຮອງຫົວໜ້າ ຂະແໜງພັດທະນາສີມືແຮງງານ ແລະ ຈັດຫາງານ)
ສະຫຼຸບຄື ຫຼັງຈາກກັກຕົວຄົບກຳນົດແລ້ວ ໜ່ວຍງານຂອງ ຮສສ ເພິ່ນກໍ່ຍັງເປັນຫ່ວງເປັນໄຍ ຊ່ວຍຫາວຽກເຮັດງານທໍາພາຍໃນບ້ານເຮົາໃຫ້ພ້ອມ (ບໍ່ເລືອກງານ ບໍ່ທຸກຈົນ)
ສຳຄັນທີ່ສຸດ: ມື້ຈະກັບບ້ານຂໍຄວາມຮ່ວມມືນຳຜູ້ທີ່ມາກັກຕົວຢູ່ສູນແຫ່ງນີ້ທຸກຄົນ ຂໍໃຫ້ມີຈິດສຳນຶກ (ຢູ່ໃຫ້ສ້າງຄວາມດີ ໜີໃຫ້ເພິ່ນຄິດຮອດ) ທີ່ເພິ່ນໃຫ້ເຮົາໄດ້ ຢູ່ຟຣີ ກິນຟຣີ ໃຊ້ນ້ຳ ໃຊ້ໄຟຟ້າຟຣີ ແລະ ກວດພະຍາດໃຫ້ຟຣີ (ບາງຄົນໄດ້ຮັບຢາ ແລະ ການປິ່ນປົວຟຣີ) ຕອບແທນເພິ່ນດ້ວຍການອະນາໄມປັດກວາດ ເຊັດ ຖູພື້ນ ລ້າງຫ້ອງນ້ຳ (ໃຫ້ສະອາດກວ່າຕອນເຮົາມາຮອດໃໝ່ແຮງດີ) ເກັບທຸກຢ່າງທີ່ເປັນເຄື່ອງຂອງສ່ວນຕົວ ຫຼື ຂີ້ເຫຍື້ອອກໃຫ້ໝົດ (ຍົກເວັ້ນຜ້າເສື່ອ ກັບໝອນ ທີ່ເປັນຂອງສູນ ຫ້າມເອົາອອກເດີ້) ສະບູ່ລ້າງມືທີ່ເຫຼືອ ກໍ່ບໍ່ໃຫ້ປະໄວ້ ທ່ານອາດຈະເສຍດາຍ ຫຼື ຫວັງດີ ວາງໄວ້ໃຫ້ຜູ້ມາໃຫມ່ໄດ້ໃຊ້ຕໍ່ ແຕ່ມັນອາດຈະບໍ່ສະອາດແລ້ວ ຜູ້ມາໃໝ່ ທາງເຈົ້າໜ້າທີ່ເພິ່ນຫາກຈະແຈກກ້ອນໃໝ່ໃຫ້ດອກ
ຂໍຢ້ຳອີກວ່າກັກຕົວ 14 ມື້ ບໍ່ແມ່ນຢູ່ແບບນັກໂທດ ມັນດີກວ່ານັກໂທດ ຫຼາຍຮ້ອຍເທົ່າ ແລະ ບໍ່ມີຄ່າໃຊ້ຈ່າຍຈັກກີບ
ພິເສດ: ຖ້າໃຜມີລູກນ້ອຍ ກໍ່ໃຫ້ກະກຽມແພມເພິດ ແລະ ນົມຜົງເພື່ອລູກໃຫ້ພຽງພໍ ຢູ່ນີ້ອາດຈະຫາຊື້ຍາກ ຫຼື ລາຄາກໍ່ອາດຈະແພງກວ່າປົກກະຕິ ແດ່ໜ້ອຍໜຶ່ງ ແລະ ອາຫານບາງຄາບ ກໍ່ຈະເຜັດສຳລັບເດັກນ້ອຍ ອາດຈະກິນບໍ່ໄດ້ ວ່າເລື່ອງບໍ່ຢາກກັກຕົວ ຂ້າພະເຈົ້າຄິດວ່າ ທຸກຄົນມີເຫດຜົນ ແລະ ຄວາມຈຳເປັນຂອງໃຜມັນທັງນັ້ນ ຂ້ອຍເອງກໍ່ບໍ່ມີໂອກາດ ແມ່ນແຕ່ຈະໄດ້ເຫັນໜ້າແມ່ເປັນຄັ້ງສຸດທ້າຍ ແລະ ບໍ່ໄດ້ໄປສົ່ງສະການແມ່ເຊັ່ນກັນ ຍ້ອນຕ້ອງມາກັກຕົວກ່ອນ
ສະນັ້ນຂໍໃຫ້ທຸກຄົນອົດທົນ ໃຫ້ຄວາມຮ່ວມມື ນຳເຈົ້າໜ້າທີ່ເພິ່ນດີທີ່ສຸດ 14 ມື້ 14 ຄືນເທົ່ານັ້ນ ຫຼືເຈົ້າຢາກໃຫ້ປະເທດເຮົາ ມີຄົນລົ້ມຕາຍຍ້ອນໂຄວິດ-19 ເປັນໝື່ນເປັນແສນ ຄືບາງປະເທດທີ່ກຳລັງລະບາດໜັກ ສົບລົ້ນປ່າຊ້າຈົນບໍ່ມີຮອດບ່ອນຈະຝັງ
ຂ້າພະເຈົ້າຂໍຕາງໜ້າໃຫ້ກັບຜູ້ກັກຕົວທັງຫຼາຍ ຂໍຂອບໃຈມາຍັງໜ່ວຍສະເພາະກິດທຸກພາກສ່ວນ ໂດຍສະເພາະກໍ່ແມ່ນ ເຈົ້າໜ້າທີ່ປະຈຳສູນ ທຸກໜ່ວຍງານ ທີ່ປະຕິບັດໜ້າທີ່ໃນທ່າມກາງຄວາມສ່ຽງກັບການຕິດເຊື້ອທຸກມື້ ຂໍໃຫ້ທຸກທ່ານ ສຸຂະພາບແຂງແຮງ ປາສະຈາກໂລກໄພ ຂໍຂອບໃຈມາຍັງພັກລັດທີ່ເປັນຫ່ວງເປັນໃຍ ປະຊາຊົນລາວ ວາງມາດຕະການສະກັດກັ້ນບໍ່ໃຫ້ມີການແຜ່ລະບາດ ພະຍາດໂຄວິດ-19. ທົ່ວປະເທດ ມີຜູ້ຕິດເຊື້ອ22ຄົນ ຖ້າທຽບໃສ່ປະເທດອື່ນທີ່ພັດທະນາກວ່າເຮົາ ກໍ່ຖືວ່າລາວເຮົາເຮັດໄດ້ດີຫຼາຍ ຂໍຊົມເຊີຍ
ທ້າຍນີ້ຂໍໃຫ້ພີ່ນ້ອງ ໝູ່ເພື່ອນເດີນທາງກັບບ້ານ ຫາຄອບຄົວດ້ວຍຄວາມປອດໄພ
ຂໍຈົບບົດຮຽນ ຈາກສູນກັກຕົວຫຼັກ27 ໄວ້ພຽງເທົ່ານີ້ ອ່ານແລ້ວຖ້າເຫັນວ່າເປັນປະໂຫຍດ ຊ່ວຍແຊບອກຕໍ່