ຖ້າພົບເຫັນ3ຄົນນີ້ ເອົາເຂົາເຈົ້າເມືອນໍາແດ່ ເປັນຕາອີຕົນ ຍ່າງມາແຕ່ເຮັດວຽກສວນກ້ວຍແຖວໄຊດອນໂຂງຈີນບໍ່ຈ່າຍເງິນຄ່າເຮັດວຽກເລີຍຢາກກັບບ້ານແລ້ວຍ່າງມາຮອດເມືອງສະໜາມໄຊກະໄດ້ນອນຄືນ1ນອນແຄມທາງເຂົ້ານໍ້າກະບໍ່ໄດ້ກິນແຈ້ງມາກະຍ່າງຕໍ່ພໍດີຮອດເທດສະບານແຂວງ11ໂມງກາງເວັນຂ້າພະເຈົ້າພໍ້ເລີຍຖາມ3ຄົນແລ້ວເຂົາຕອບວ່າຊິເມືອບ້ານດາກຊືມເມືອງຊານໄຊ
ແລ້ວຂ້າພະເຈົ້າໃຫ້ຂື້ນລົດເມືອນໍາສົ່ງຮອດທາງແຍກໄປຕາດຈໍ ອີຕົນຫລາຍໄດ້ຊື້ເຂົ້ານໍ້າເຂົ້າໜົມຈໍານວນ1ພໍໄດ້ກິນແກ້ຫີວ ໃຜເມືອບ້ານເທິງເອົາເຂົາເຈົ້າເມືອນໍາແດ່ ແຮງແດດນີອີຕົນຊາດມະນຸດດ້ວຍກັນ