ທຸກວັນນີ້ມັນ ທັງນ້ຳມັນ ແລະອາຍແກັສກຳລັງຢູ່ໃນຂັ້ນວິກິດ ການສະໜອງບໍ່ພໍກັບຄວາມຕ້ອງການເຮັດໃຫ້ລາຄາຖີບຕົວສູງຂຶ້ນຢ່າງບໍ່ເຄີຍມີມາກ່ອນ
ອັນເນື່ອງມາຈາກອັດຕາເງິນເຟິ້ ແລະຂໍ້ຂັດແຍ້ງທາງການເມືອງລະຫວ່າງຣັດເຊຍ ແລະຢູເຄຣນ. ແນວໃດກໍ່ຕາມຈາກເຫດການທີ່ເກີດຂຶ້ນ ທ່ານ ວາລາດິເມຍ ປູຕີນ ປະທານາທິດີຂອງ ຣັດເຊຍ ອອກມາໃຫ້ສຳພາດວ່າ
ບັນດາປະເທດໃນພາກພື້ນຕາເວັນຕົກຈະພະຍາຍາມຫຼຸດການເພິ່່ງພາສົ່ງອອກພະລັງງານຈາກປະເທດຣັດເຊຍ ຊຶ່ງຈະສົ່ງຜົນຕໍ່ເສດຖະກິດໂລກ ແລະ ຣັດເຊຍ ຄວນປ່ຽນເສັ້ນທາງການສົ່ງພະລັງງານໄປສູ່ປະເທດໃນເອເຊຍໃຫ້ຫຼາຍຂື້ນ.
ເປັນທີ່ຮູ້ດີກັນວ່າປະເທດຊາດຕາເວັນຕົກໄດ້ກໍານົດມາດຕະການຄວໍ້າບາດໃນດ້ານການເງິນຕໍ່ຣັດເຊຍຢ່າງກວ້າງຂວາງ ເພື່ອສະແດງອອກເຖິງຄວາມບໍ່ເຫັນດີເຫັນພ້ອມທີ່ຣັດເຊຍຮຸກຮານຢູເຄຣນເມື່ອວັນທີ 24 ກຸມພາ ຜ່ານມາ
ນອກຈາກນັ້ນຍັງປະກາດຫຼຸດການນໍາເຂົ້ານໍ້າມັນ ແກັສ ແລະ ຖ່ານຫີນ ຈາກຣັດເຊຍ.ເຖີງແມ່ນວ່າ ລັດເຊຍ ຈະເປັນປະເທດ 1 ໃນ 10 ປະເທດໃນການຜະລິດນໍ້າມັນຫຼາຍທີ່ສຸດໃນໂລກ ແລະ ເປັນ 1 ໃນ 5 ປະເທດທີ່ຜະລິດແກັສ ແຕ່ ທ່ານ ວາລາດິເມຍ ປູຕີນ ເຫັນວ່າ ຄວນເດີນໜ້າຕໍ່ ແລະ
ປ່ຽນທິດທາງການສົ່ງອອກສູ່ຕະຫຼາດທີ່ມີການເຕີບໂຕໄວ ເຊັ່ນ ພຸມມີພາກທາງຕອນໃຕ້ ແລະ ຕະເວັນອອກ.ດ້ວຍຄວາມພະຍາຍາມຂອງປະເທດຕາເວັນຕົກທີ່ກົດດັນການຕອບສະໜອງຕໍ່ຣັດເຊຍດ້ວຍທາງເລືອກແຫຼ່ງພະລັງງານອື່ນໆ ຈະສົ່ງຜົນກະທົບຕໍ່ເສດຖະກິດທົ່ວໂລກຢ່າງຫຼີກລຽງບໍ່ໄດ້.
ທີ່ຜ່ານມາສະຫະພາບຢູໂຣບຕ້ອງເພິ່ງພາແກັສຊາດທຳມະຊາດຈາດຣັດເຊຍຄິດເປັນ 40% ຂອງຄວາມຕ້ອງການທັງໝົດ ແລະການຖືກຄວ້ຳບາດໄດ້ກະທົບຕໍ່ການສົ່ງອອກພະລັງງານທີ່ມີຄວາມສັບຊ້ອນໃນເລື່ອງການຈັດຫາເງິນທຶນ ແລະການສົ່ງອອກຕາມຂໍ້ຕົກລົງ.
ອີກທັ້ງປູຕີນໃຫ້ເລັ່ງໂຄງການໂຄງສ້າງທາງພື້ນຖານບໍ່ວ່າເປັນລົດໄຟ ທ່າເຮືອ ທີ່ຈະປ່ຽນເສັ້ນທາງຂົນສົ່ງນ້ຳມັນ ແລະແກັສໄປຍັງຕະຫຼາດຕາເວັນອອກ ແລະໃຕ້ ໂດຍໃຫ້ໄດ້ນຳສະເໜີແຜນພາຍໃນວັນທີ 1 ມິຖຸນາທີ່ຈະມາເຖິງນີ້ ທີ່ຈະຂະຫຍາຍໂຄງສ້າງພື້ນຖານດ້ານດ້ານຂົນສົ່ງໄປຍັງປະເທດອາຟຣິກາ ອາເມລິກາລາຕິນ ແລະເອເຊຍ.