ໄວຣັດໂຄໂຣນາແຜ່ລາມອີກ! ພົບຜູ້ປ່ວຍຢູ່ຊຽງໄຮ ສື່ຈີນເປີດເຜີຍ ຕອນນີ້ແຜ່ລະບາດຢູ່ຫຼາຍແຂວງແລ້ວ

ໄວຣັດໂຄໂຣນາແຜ່ລາມອີກ! ພົບຜູ້ປ່ວຍຢູ່ຊຽງໄຮ ສື່ຈີນເປີດເຜີຍ ຕອນນີ້ແຜ່ລະບາດຢູ່ຫຼາຍແຂວງແລ້ວ

ເວັບ​ໄຊ​ຄະນະ​ກຳມະການ​ສາທາລະນະສຸກ​ນະຄອນ​ຊຽງ​ໄຮ ໂພ​ສ​ເມື່ອວານ​ນີ້​ວ່າ (20 ມັງກອນ) ຢືນຢັນ​ວ່າ​ມີ​ຜູ້​ປ່ວຍ​ທີ່​ຕິດ​ເຊື້ອ​ໄວ​ຣັດ​ໂຄ​ໂຣ​ນາ​ສາຍ​ພັນ​ໃໝ່ 2019-​ເອັນ​ໂຄ​ວີ ແລ້ວ​ເປັນ​ລາຍ​ທຳອິດ​ຂອງ​ເມືອງ ເຮັດໃຫ້​ຍອດ​ຜູ້​ປ່ວຍ​ພະຍາດ​ນີ້​ທີ່​ມີ​ການ​ຢືນຢັນ​ແລ້ວ​ໃນ​ປະເທດ​ຈີນ ເພີ່ມ​ເປັນ 218 ລາຍ

ດ້ານ​ສະ​ຖາ​ນີ​ໂທລະ​ພາບຊີ​ຊີ​ທີ​ວີ (CCTV) ​ຂອງ​ລັດຖະບານ​ຈີນ ລາຍ​ງານ​ວ່າ ຕົວ​ເລກ​ຜູ້​ປ່ວຍ​ໃນ​ນະຄອນຫຼວງ​ປັກ​ກິ່ງ ​ແລະ ແຂວງ​ກວາງ​ຕຸ້ງ ເພີ່ມ​ຂຶ້ນ​ມາ​ຢູ່​ທີ່ 5 ແລະ 14 ລາຍ​ຕາມ​ລຳ​ດັບ ເມື່ອ​ເວລາ 18:00 ໂມງ ຕາມ​ເວລາ​ທ້ອງ​ຖິ່ນ ຊຶ່ງ​ໄວ​ກວ່າ​ລາວ 1 ຊົ່ວ​ໂມງ ສ່ວນ​ຕົວ​ເລກ​ຜູ້​ປ່ວຍ​ທີ່​ເມືອງ​ອູ່​ຮັ່ນ ແຂວງເຫີ​ເປີ່ຍ ຍັງ​ຢູ່​ທີ່ 198 ລາຍ​ເຊັ່ນ​ເດີມ

ສະ​ຖາ​ນີ​ໂທລະ​ພາບ​ດັ່ງ​ກ່າວ​ລາຍ​ງານ​ອີກ​ວ່າ ພົບ​ຜູ້​ຕ້ອງ​ສົງ​ໄສ​ວ່າ​ອາດ​ຕິດ​ເຊື້ອ​ນີ້​ໃນແຂວງ​ເສ​ສວນ 2 ລາຍ, ແຂວງ​ຢຸນ​ນານ 1 ລາຍ ເຂດ​ປົກຄອງ​ຕົນເອງ​ກວ່າງ​ຊີ​-​ຈ້ວງ 1 ລາຍ ແລະ ແຂວງ​ຊານ​ຕົງ 1 ລາຍ

ເມື່ອ​ໄລຍະທີ່​ຜ່ານມາ​ຂອງ​ວານ​ນີ້ ມີ​ການ​ລາຍ​ງານ​ວ່າ ຜູ້​ປ່ວຍ​ພະຍາດ​ດັ່ງ​ກ່າວ​ເສຍຊີວິດ​ເພີ່ມ​ອີກ​ຄົນ​ເປັນ 3 ຄົນ​ແລ້ວ ຊຶ່ງ​ເປັນ​ຜູ້​ປ່ວຍ​ທີ່​ເມືອງ​ອູ່​ຮັ່ນ ທີ່​ຂະນະ​ນີ້​ເຊື່ອ​ວ່າ​ເປັນ​ແຫຼ່ງ​ທີ່​ພະຍາດ​ດັ່ງ​ກ່າວ​ເລີ່ມ​ລະ​ບາ

ຂ່າວທົ່ວໄປ