ໄຂ່ຍ່ຽວມ້າ: ໄຂ່ຍ່ຽວມ້າມີສ່ວນປະກອບຂອງສານຕະກົ່ວ ການກິນໄຂ່ຍ່ຽວມ້າປະລິມານຫຼາຍໆ ແລະກິນເລື້ອຍໆ ອາດເກີດພິດຈາກສານຕະກົ່ວ. ນອກນັ້ນ ຍັງເຮັດໃຫ້ການດູດຊຶມແຄວຊຽມຫຼຸດໜ້ອຍລົງ ເກີດພາວະຂາດແຄວຊຽມ ແລະເຮັດໃຫ້ກະດູກຜ່ອຍໄດ້
ເຂົ້າໜົມຄູ່ຂະບວນການເຮັດເຂົ້າໜົມຄູ່ມີການໃຊ້ສານສົ້ມເປັນສ່ວນປະກອບ ແລະໃນສານສົ້ມມີສ່ວນປະກອບຂອງສານຕະກົ່ວ ການກິນເຂົ້າໜົມຄູ່ທຸກມື້ຈະເຮັດໃຫ້ໄຂ່ຫຼັງເຮັດວຽກໜັກໃນການຂັບສານຕະກົ່ວ ຊຶ່ງເປັນພິດຕໍ່ສະໝອງ ແລະຈຸລັງປະສາດ ເຮັດໃຫ້ເສື່ອມໄວ ເປັນໂຣກຄວາມຈຳເສື່ອມ ນອກຈາກນີ້ຍັງເຮັດໃຫ້ຄໍແຫ້ງ ເຈັບຄໍ ໂດຍສະເພາະຄົນທີ່ມີອາການຮ້ອນໃນງ່າຍ
ຊີ້ນປີ້ງ ຊີ້ນປະເພດຕ່າງໆທີ່ຖືກຄວັນເປັນຕົ້ນແມ່ນໄຟ ຈະເກີດສານເບນໂຊໄພຣິນ ຊຶ່ງເປັນສານກໍ່ມະເຮັງຊະນິດໜຶ່ງ
ຜັກດອງ ການກິນຜັກດອງ ຫຼື ຂອງໝັກໃສ່ເກືອເປັນເວລາດົນ ຈະເກີດການສະສົມຂອງທາດເກືອ ເຮັດໃຫ້ຫົວໃຈເຮັດວຽກໜັກ ເກີດໂຣກຄວາມດັນເລືອດສູງ ແລະໂຣກຫົວໃຈໄດ້ງ່າຍ ນອກຈາກຂອງໝັກຂອງດອງແລ້ວ ຍັງມີສານກໍ່ມະເຮັງ ແລະແອມໂມນຽມໄນໄຕຣ
ຕັບໝູ ໃນຕັບໝູ 1 ກິໂລ ມີຄໍເລດສະເຕີຣອນຫຼາຍກວ່າ 400 ມີລີກຣາມ ການກິນອາຫານທີ່ມີຄໍເລດສະເຕີຣອນປະລິມານສູງຫຼາຍເປັນເວລາດົນຈະເຮັດໃຫ້ຫຼອດເລືອດແຂງໂຕ ມີຄວາມສ່ຽງຕໍ່ໂຣກຫົວໃຈ ແລະໂຣກຫຼອດເລືອດທາງສະໝອງລວມເຖິງໂຣກມະເຮັງອີກດ້ວຍ
ຜັກຫົມ ຜັກປວຍເລ້ງ ມີສານອາຫານອຸດົມສົມບູນ ແຕ່ມີກົດອອກຊາເລດຫຼາຍ ຈະເຮັດໃຫ້ມີການຂັບສັງກະສີ ແລະແຄວຊຽມອອກຈາກຮ່າງກາຍຫຼາຍ, ເກີດພາວະຂາດແຄນແຄວຊຽມ ແລະສັງກະສີ
ໝີ່ສຳເລັດຮູບ ໝີ່ຫຼາຍຊະນິດມີສານກັນບູດ ສານປຸງແຕ່ງຣົດທີ່ບໍ່ມີປະໂຫຍດຕໍ່ຮ່າງກາຍ ການກິນໝີ່ສຳເລັດຮູບເລື້ອຍໆຈະເຮັດໃຫ້ຂາດສານອາຫານ ແລະເກີດການສະສົມສານພິດໃນຮ່າງກາຍ
ແກ່ນຕາເວັນ ມີສ່ວນປະກອບຂອງກົດໄຂມັນບໍ່ອີ່ມໂຕ ການກິນແກ່ນຕາເວັນໃນປະລິມານຫຼາຍ ຈະເຮັດໃຫ້ລະບົບເມຕາບໍລິຊຶມ ຂອງໄຂມັນຜິດປົກກະຕິ ເຮັດໃຫ້ມີການສະສົມໄຂມັນທີ່ຕັບ ແລະໄຂ່ຫຼັງ; ເປັນອັນຕະລາຍຕໍ່ອະໄວຍະວະອີກດ້ວຍ
9. ເຕົ້າຮູ້ໝັກ ເຕົ້າຮູ້ຕ່ອນ ຂະບວນການໝັກເຕົ້າຮູ້ ມີໂອກາດປົນເປື້ອນເຊື້ອໂຣກໄດ້ງ່າຍ ນອກຈາກນີ້ຍັງມີສານຍ່ອຍສະຫຼາຍໂປຣຕິນ ໄຮໂດຣເຈນຊັນໄຟ ຊຶ່ງເປັນອັນຕະລາຍຕໍ່ຮ່າງກາຍ
10. ແປ້ງນົວ ຄົນເຮົາບໍ່ຄວນກິນແປ້ງນົວເກີນກວ່າ 6 ກຣາມຕໍ່ມື້ ເພາະຈະເຮັດໃຫ້ກົດກລູຕາມິກໃນເລືອດສູງ ຊຶ່ງມີຜົນຕໍ່ການເຮັດວຽກຂອງແຄວຊຽມ ແລະແມັກນີຊຽມ ເກີດອາການເຈັບຫົວ ໃຈສັ່ນ ແລະປຸ້ນທ້ອງ ນອກຈາກນີ້ ຍັງມີຜົນເສຍຕໍ່ອະໄວຍະວະສືບພັນອີກດ້ວຍ