ຢ່າຫາເຮັດ! ໄຂ່ໄມໂຄເວບ ເຊື່ອ google ສຸດທ້າຍໜ້າເກືອບເສຍໂສມ

ຢ່າຫາເຮັດ! ໄຂ່ໄມໂຄເວບ ເຊື່ອ google ສຸດທ້າຍໜ້າເກືອບເສຍໂສມ

ສາວໂພສເຕືອນເປັນອຸທາຫອນ ເຊື່ອ google ທົດລອງແນວແປກ ຫວັງຕົ້ມໄຂ່ດ້ວຍໄມໂຄເວບ ຜົນຕອບຮັບເກືອບພາຕົນເອງເສຍໂສມ ເຕືອນທຸກຄົນຢ່າເຮັດຕາມ ແລະ ຢ່າເຊື່ອ google ເກີນໄປ.

ເຫດການທີ່ກ່າວມາແມ່ນເກີດຂຶ້ນຢູ່ປະເທດໄທ ເມື່ອວັນສຸກ ວັນທີ 31 ກໍລະກົດ 2020 ຜູ້ຖືກເຄາະຮ້າຍໂພສຂໍ້ຄວາມເຕືອນໄພວ່າ: ໃຜທີ່ຍັງບໍ່ຮູ້ວ່າຕົ້ມໄຂ່ໃນໄມໂຄເວບມັນເຮັດບໍ່ໄດ້ ຈົ່ງຮູ້ໄວ້ເລີຍ , ເນື່ອງຈາກເກີດຂຶ້ນກັບຕົນເອງ ຫຼັງເອົາໄຂ່ດິບມາໃສ່ຖ້ວຍໃສ່ນໍ້າ ແລ້ວນໍາເຂົ້າໄມໂຄເວບ, ເຊິ່ງຕອນທີ່ຢູ່ໃນເວບກໍ່ບໍ່ແຕກ ແຕ່ຂະນະທີ່ນໍາເອົາຜ້າຈັບອອກຈາກເວບເທົ່ານັ້ນ ກໍ່ລະເບີດໃສ່ໜ້າທັນທີ, ດັ່ງນັ້ນ ຂໍເຕືອນທຸກຄົນຢ່າເຮັດຕາມ.

ສາວຜູ້ໂຊກຮ້າຍນີ້ຍັງບອກອີກວ່າ ຕອນປະຖົມພະຍາບານຕົນເອງເບື້ອງຕົ້ນແມ່ນເອົານໍ້າເຢັນມາຫົດ ນໍ້າກ້ອນປະຂົບ ແຕ່ຄວາມຈິງວິທີປະຖົມພະຍາບານເບື້ອງຕົ້ນທີ່ດີທີ່ສຸດ ແມ່ນເອົານໍ້າເກືອລ້າງ ແລະ ເອົາສໍາລີ ຫຼື ຜ້າສະອາດເຊັດ ແລ້ວເອົາສໍາລີຊຸບນໍ້າເກືອນປະໄວ້ ແລ້ວກໍ່ໄປພົບແພດ ເພາະມັນອັນຕະລາຍຫຼາຍ ຍິ່ງຖ້າຖືກໜ້າ ອາດສົ່ງຜົນຕໍ່ລະບົບຫາຍໃຈ.

ແນວໃດກໍ່ຕາມ ເລື່ອງລາວດັ່ງກ່າວຖືເປັນອຸທາຫອນ ເຕືອນຊາວເນັດຜູ້ມັກທົດລອງທັງຫຼາຍ ໃຫ້ມີສະຕິ ຢ່າທົດລອງໄປທົ່ວ ບໍ່ດັ່ງນັ້ນ ອາດເປັນຄືກັບສາວຜູ້ໂຊກຮ້າຍຄົນນີ້.

ຂ່າວທົ່ວໄປ