ອາຍຸເປັນພຽງໂຕເລກ ອີຫຼີ ຊາຍໜຸ່ມ ຊາວອິຕາລີ ອາຍຸ 96 ປີ ສຸດແສນດີໃຈ ເມື່ອສາມາດເຮັດຕາມຄວາມຝັນ ຄວ້າເອົາໃບສໍາເລັດ ການສຶກສາລະດັບປະລິນຍາຕີ ມາຄອງ ກາຍເປັນນັກຮຽນຜູ້ທີ່ມີອາຍຸສູງທີ່ສຸດ ໃນປະເທດອິຕາລີ ທີ່ຈົບການສຶກສາໄດ້ ໃນໄວນີ້. ຊາຍຄົນນີ້ ມີນາມວ່າ ຈູເຊບເປ ປາ
ແຕຮໂນ ຈົບການສຶກສາ ພາກວິຊາ ປະຫວັດສາດ ແລະ ປັດຍາ ຈາກມະຫາວິທະຍາໄລ ປາແລຣໂມ, ເຂົ້າຮ່ວມພິທີ ມອບໃບປະກາດຊະນີຍະບັດ ດ້ວຍຄະແນນສູງສຸດຂອງຫ້ອງ ພ້ອມ ລາງວັນ ກຽດນິຍົມ ອັນດັບ 1 ມາຄອງ ເມື່ອວັນທີ 29.07.2020 ທີ່ຜ່ານມາ. ຊາຍສູງໄວ ຄົນດັ່ງກ່າວ ກ່າວວ່າ ຕອນ
ຍັງນ້ອຍ ຊີວິດລາວ ລໍາບາກຫຼາຍ ເນື່ອງຈາກເກີດຢູ່ໃນຄອບຄົວທີ່ທຸກຍາກ ບໍ່ສາມາດໄປຮຽນສູງສູງໄດ້ ແລະ ຍັງຕ້ອງໄດ້ໄປເປັນທະຫານ ໃນໄລຍະ ສົງຄາມໂລກຄັ້ງທີ່ 2 ກ່ອນຈະກັບມາປະກອບອາຊີບ ເປັນພະນັກງານລົດໄຟ ແລະ ແຕ່ງງານມີລູກ 2 ຄົນ. ໃນຄວາມຝັນຂອງລາວ ແມ່ນຢາກຮຽນຈົບການສຶກສາ
ລະດັບມະຫາວິທະຍາໄລ ໃຫ້ໄດ້ເທື່ອຫນຶ່ງໃນຊີວິດ ເຖິງແມ່ນວ່າ ເຖົ້າແກ່ ອາຍຸຫຼາຍແລ້ວ ແຕ່ຖ້າຄິດວ່າເຮັດໄດ້ ຮຽນໄດ້ ມັນກໍ່ຕ້ອງໄດ້. ລາວຕອບນັກຂ່າວ ດ້ວຍຮອຍຍິ້ມ ອັນສົດໃສວ່າ ການສຶກສາ ຄືຂຸມຄັງແຫ່ງຄວາມຮູ້ ທີ່ຈະຢູ່ຄຽງຂ້າງເຮົາໄປຕະຫຼອດ, ຂ້ອຍຮັກການອ່ານ ແລະ ຖ້າຂ້ອຍບໍ່ເລີ່ມຮຽນ ຂ້ອຍກໍ່ຈະບໍ່ມີມື້ນີ້.