ໃນວັນທີ 26 ພະຈິກ 2019 ໄດ້ມີພິທີເປີດໃຫ້ບໍລິການແຫຼ່ງທ່ອງທ່ຽວນໍ້າຕົກຕາດແດນພູສູງຢ່າງເປັນທາງການ ຢູ່ທີ່ບ້ານນໍ້າເຕີບ ເມືອງສົບເບົາ ແຂວງຫົວພັນ ເຂົ້າຮ່ວມເປີດປ້າຍ ແລະ ລັ່ນຄ້ອງ ມີທ່ານ ອຳພອນ ຄຳປັນຍາ ຮອງເລຂາພັກເມືອງ ເມືອງສົບເບົາ, ທ່ານ ພູວັນ ເພັດມີໄຊ ຮອງຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວແຂວງຫົວພັນ, ມີພາກສ່ວນກ່ຽວຂ້ອງຂັ້ນແຂວງ, ເມືອງສົບເບົາ, ເມືອງອ້ອມຂ້າງ, ເຈົ້າຂອງກິດຈະການ ແລະ ປະຊາຊົນເຂດນໍ້າເຕີບເຂົ້າຮ່ວມ
ແຫຼ່ງທ່ອງທ່ຽວທໍາມະຊາດນໍ້າຕົກຕາດແດນພູສູງ ເປັນກິດຈະການການລົງທຶນສຳປະທານຂອງທ່ານ ເຍຍລີມົວ ນັກທຸລະກິດ ບ້ານນໍ້າເຕີບເມືອງສົບເບົາ ແຂວງຫົວພັນ, ແຫຼ່ງທ່ອງທ່ຽວແຫ່ງນີ້ເປັນແຫຼ່ງທ່ອງທ່ຽວທໍາມະຊາດແຫ່ງຫນື່ງທີ່ມີຄວາມສວຍສົດງົດງາມ, ມີຄວາມອຸດົມສົມບູນເຕັມໄປດ້ວຍທັດສະນີຍະພາບທໍາມະຊາດ ພູຜາປ່າໄມ້, ຊຶ່ງຢູ່ຫ່າງຈາກເທດສະບານເມືອງສົບເບົາ ໄປທາງທິດຕາເວັນອອກຕາມເສັ້ນທາງເລກທີ 6B ປະມານ 28 ກິໂລແມັດ, ມີເນື້ອທີ່ສໍາປະທານທັງໝົດ 6 ເຮັກຕາກວ່າ
ໄດ້ເລີ່ມລົງມືຈັດຕັ້ງປະຕິບັດການກໍ່ສ້າງມາແຕ່ເດືອນມີນາປີ 2019 ເປັນຕົ້ນມາ ແລະ ໄດ້ຮັບການສະຫນັບສະຫນູນຈາກຄະນະພັກ, ອໍານາດການປົກຄອງບ້ານນໍ້າເຕີບ ແລະ ຄະນະພັກອໍານາດການປົກຄອງເມືອງສົບເບົາ, ເຊີ່ງມີອາຍຸສໍາປະທານ 40 ປີ, ມູນຄ່າການກໍ່ສ້າງ ແລະ ລົງທຶນທັງຫມົດ 539 ລ້ານກີບ, ກໍານົດການກໍ່ສ້າງເປັນ 2 ໄລຍະ ມາຮອດປະຈຸບັນໄດ້ປະຕິບັດສຳເລັດ 90%, ໂຄງການແມ່ນຈັດຕັ້ງປະຕິບັດໄປຕາມແຜນແມ່ບົດ ຢ່າງຖືກຕ້ອງ ແລະ ໄປຕາມລະບົບເຕັກນິກຢ່າງຄັກແນ່
ກິດຈະກຳຫຼັກໃນການກໍ່ສ້າງສິ່ງອໍານວຍຄວາມສະດວກໃນສະຖານທີ່ແຫຼ່ງທ່ອງທ່ຽວແຫ່ງນີ້ປະກອບມີ: ສ້າງຂັ້ນໄດເຫຼັກຕັ້ງແຕ່ຫົວຕາດລົງຮອດຈຸດພັກຜ່ອນປະມານ 765 ຂັ້ນ, ສ້າງສາຍສະລິງຍາວ 800 ກວ່າແມັດ, ສ້າງຂົວອູ່ຍາວ 140 ແມັດ
ນອກນີ້ຍັງສ້າງຈຸດພັກເຊົາຕາມຂັ້ນໄດ, ສ້າງຕູບຜັກຜ່ອນ, ສ້າງໜອງປາ, ສວນສັດ, ທະລຸເດີນຈອດລົດ, ເດີນຈັດກິດຈະກຳ, ເດີນຊົນງົວ, ສ້າງເສັ້ນທາງລົງສູ່ເຂດທ່ອງທ່ຽວ, ສ້າງບ່ອນເກັບປີ້, ກໍ່ສ້າງເຮືອນພັກ ແລະ ອື່ນໆ ຄາດວ່າການກໍ່ສ້າງຕ່າງໆ ຈະປະຕິບັດໃຫ້ສໍາເລັດໃນປີ2020
ຂ່າວ: ງຸດ ວິໄລຄຳ