ເມື່ອເວລາພໍ່ ແລະ ແມ່ຕ້ອງເສຍຊີວິດ ເດັກນ້ອຍ 10 ປີຕ້ອງໃຊ້ຊີວິດພຽງລຳພັງ

ເມື່ອເວລາພໍ່ ແລະ ແມ່ຕ້ອງເສຍຊີວິດ ເດັກນ້ອຍ 10 ປີຕ້ອງໃຊ້ຊີວິດພຽງລຳພັງ

ເປີດຊີວິດຂອງເດັກນ້ອຍໄວພຽງ 10 ປີ ທີ່ຕ້ອງຜະເຊີນກັບຄວາມໂຫດຮ້າຍຂອງຊີວິດຕັ້ງແຕ່ນ້ອຍ ເມື່ອພໍ່ ແລະ ແມ່ເຖົ້າທີ່ລ້ຽງມາຈາກໄປຢ່າງບໍ່ມີວັນຫວນກັບໃນເວລາໄລ່ເລ່ຍກັນ ທຸກຢ່າງຈຳຕ້ອງບີບໃຫ້ເດັກນ້ອຍຕ້ອງອາໄສຢູ່ພຽງລຳພັງ

ສຳນັກຂ່າວ China Press ນຳສະເຫນີເລື່ອງລາວຂອງ Dang Van Khuyen ເດັກຊາຍໄວ 10 ປີ ອາໄສຢູ່ໃນຫມູ່ບ້ານແຫ່ງຫນຶ່ງທີ່ຫວຽດນາມກັບແມ່ເຖົ້າຂອງເຂົາ ສ່ວນແມ່ເສຍຊີວິດໄປຕັ້ງແຕ່ເຂົາຍັງນ້ອຍ ແລະ ແຍກກັນຢູ່ກັບພໍ່ຊຶ່ງເຮັດເປັນກຳມະກອນກໍ່ສ້າງ ທຸກເຊົ້າແມ່ຖົ້າຂອງເຂົາຈະພາໄປສົ່ງທີ່ໂຮງຮຽນທຸກມື້ ທັງສອງໃຊ້ຊີວິດກັນຢ່າງລຽບງ່າຍບໍ່ຟຸ້ງເຟີ້ ສ່ວນຫນຶ່ງເປັນເພາະທັງສອງບໍ່ມີເງິນຈຶງຕ້ອງໃຊ້ສອຍຢ່າງປະຫຢັດ ມີພຽງເງິນທີ່ຜູ້ເປັນພໍ່ສົ່ງມາໃຫ້ເປັນໄລຍະ

ແຕ່ດ້ວຍຄວາມທີ່ເຖົ້າແກ່ຫຼາຍແລ້ວ ເຮັດໃຫ້ແມ່ເຖົ້າຂອງເດັກນ້ອຍຈາກໄປຢ່າງສະງົບ ຖິ້ມໃຫ້ເຂົາຢູ່ຄົນດຽວໂດຍມີພໍ່ເປັນທໍ່ນ້ຳລ້ຽງທີ່ຄອຍສົ່ງເງິນມາໃຫ້ຢ່າງດຽວ

ສ່ວນການດຳລົງຊີວິດຢູ່ນັ້ນເຂົາຕ້ອງຢູ່ຢ່າງໂດດດ່ຽວ ແລະ ບໍ່ດົນຈາກນັ້ນເຂົາກໍ່ໄດ້ຮັບຂ່າວຮ້າຍຂະນະທີ່ກຳລັງຮຽນຫນັງສືຢູ່ວ່າ ພໍ່ຂອງເຂົາໄດ້ຈາກໄປອີກຄົນເນື່ອງຈາກປະສົບອຸບັດຕິເຫດລະຫວ່າງເຮັດວຽກ ຕອນນີ້ Dang ບໍ່ເຫລືອໃຜແລ້ວຢ່າງແທ້ຈິງ

ແຕ່ບໍ່ວ່າຊີວິດຈະຍາກເຢັນສັກພຽງໃດ ຕ້ອງຖືກຖິ້ມໃຫ້ຢູ່ຄົນດຽວໄຮ້ການຊ່ວຍເຫລືອ ແຕ່ມີພຽງສິ່ງຫນຶ່ງທີ່ແມ່ເຖົ້າຂອງເຂົາຖິ້ມເອົາໄວ້ໃຫ້ ນັ້ນຄືວິຊາຄວາມຮູ້ໃນການໃຊ້ຊີວິດ

ເຂົາຍັງໄປໂຮງຮຽນເປັນປະຈຳທຸກມື້ຄືເກົ່າ ເມື່ອກັບມາຮອດເຮືອນເຂົາຈະໄປເບິ່ງໜານປູກຜັກທີ່ເຂົາປູກເອົາໄວ້ເພື່ອເກັບມາກິນເປັນອາຫານ ຮູ້ວິທີກໍ່ກອງໄຟ ຊັກເຄື່ອງຫາລ້ຽງຕົວເອງ ແມ້ວ່າທາງໂຮງຮຽນຈະຢືນຢັນຫາເຮືອນໃຫມ່ໃຫ້ເຂົາຢູ່ ແຕ່ບໍ່ວ່າແນວໃດ Dang ກໍ່ຢືນຢັນຫນັກແໜ້ນວ່າເຂົາຈະຢູ່ຄົນດຽວ

ແຕ່ຖຶງຢ່າງນັ້ນທາງໂຮງຮຽນກໍ່ໄດ້ຕິດຕໍ່ປະສານງານຊ່ວຍເຫລືອໃຫ້ສາມາດນຳສົບຂອງພໍ່ເດັກນ້ອຍ ກັບມາເຮືອນເພື່ອທີ່ຈະໄດ້ຝັງຢ່າງຖືກຕ້ອງຕາມທາງສາສະໜາ ເລື່ອງທັງຫມົດຖືກໂພສລົງໂຊຊຽວມິເດຍໂດຢຄູຜູ້ສອນເດັກນ້ອຍ ຈົນກາຍເປັນກະແສໂດ່ງດັງຢ່າງຫຼາຍໃນໂຊຊຽວມິເດຍ ທັງກ່າວຊື່ນຊົມ ແລະ ສະແດງຄວາມເຫັນໃຈຕໍ່ເດັກນ້ອຍ ກໍ່ຂໍເປັນກຳລັງໃຈໃຫ້ເດັກນ້ອຍຫົວໃຈທີ່ເຂັ້ມແຂງຄົນນີ້ດ້ວຍ

ເບິ່ງຄລິບການເປັນຢູ່ຂອງເດັກ

Cậu bé 10 tuổi sống một mình bơ vơ nơi rẻo cao

Cậu bé 10 tuổi sống một mình bơ vơ nơi rẻo caohttps://laodong.vn/video/cau-be-10-tuoi-song-mot-minh-bo-vo-noi-reo-cao-768060.ldoBố bỏ đi làm xa khi em mới được 2 tuổi, lúc lên 4 tuổi, mẹ lại bỏ đi lấy chồng để em sống với bà nội. Trớ trêu thay năm 2018 bà nội cũng bỏ em đi theo người khác. Kể từ đó, cậu bé 10 tuổi sống lủi thủi một mình trong ngôi nhà tranh với hàng nghìn khe hở lạnh thấu trời. Đau thương chưa dứt thì cách đây 10 ngày, người bố mà em còn không nhớ mặt đã mất trong một vụ tai nạn trên Lạng Sơn. Hoàn cảnh éo le đó chính là em Đặng Văn Khuyên học sinh lớp 5D, trường tiểu học Thành Long, xã Thành Long (Hàm Yên, Tuyên Quang).

Posted by Lao Động TV on Sunday, November 24, 2019

ຂ່າວທົ່ວໄປ