ຢູ່ ສປປ ລາວພວກເຮົາໂດຍລວມປະຊາຊົນຍັງທຸກຍາກຫຼາຍກໍ່ຈີງ ແຕ່ຄົນພັດບໍ່ມັກນຳໃຊ້ລົດເມສາທາລະນະ ຍ້ອນຫຼາຍເຫດຜົນເປັນຕົ້ນຄ່າບໍລິການແພງເກີນໄປ, ລົດບໍ່ແລ່ນຕາມໂມງຕາມເວລາ ແລະບໍ່ມີຫຼາຍທາງເລືອກສຳລັບການບໍລິການ
ການນຳໃຊ້ລົດເມສາທາລະນະສຳລັບແຂວງອື່ນອາດບໍ່ທັນຈຳເປັນຫຼາຍເນື່ອງຈາກລົດທີ່ສັນຈອນຕາມທ້ອງຖະໜົນຍັງບໍ່ຫຼາຍ ແຕ່ໃນນະຄອນຫຼວງວຽງຈັນແມ່ນເຖິງເວລາແລ້ວທີ່ປະຊາຊົນລາວຕ້ອງຫັນມາຄິດ ແລະຝຶກນິໄສຂອງຕົນເອງ ແລະລູກຫຼານໃຫ້ຄຸ້ນເຄີຍການນຳໃຊ້ລົດເມໃນຊີວິດປະຈຳວັນ
ເພື່ອເປັນການປູກຈິດສຳນຶກໃຫ້ຫຼານນ້ອຍໄດ້ຫັນມານຳໃຊ້ລົດເມສາທາລະນະເມື່ອເຂົາເຕີບໂຕຂຶ້ນມາໃນວັນທີ 29 ພະຈິກ 2019 ນີ້ ທາງໂຮງຮຽນລ້ຽງເດັກ ອະນຸບານ ພອນສຸດາ ໄດ້ນຳພາຫຼານນ້ອຍໄປຂີ່ລົດເມຂອງລັດວິສາຫະກິດລົດເມນະຄອນຫຼວງ ເຖິງການບັນຊາຫຼານນ້ອຍຈະເປັນສິ່ງທີ່ຍາກລຳບາກ ແຕ່ເມື່ອຂຶ້້ນລົດເມແລ້ວຜູ້ໃດກໍ່ໜ້າຮັກໜ້າຊັງ ກາຍເປັນຜູ້ໂດຍສານທີ່ຄຳຮູ້ສຸດໆ
ເຫັນແລ້ວຊື່ນໃຈ ໃຫຍ່ມາຢ່າລືມໃຊ້ລົດເມເນີ້ລູກເນີ້
ຊົມເຊີຍສາວຄູເດີ້ ພາກັນຝຶກປູກຈິດສຳນຶກໃຫ້ລູກຫຼານແຕ່ເຍົາໄວ ຄຸ້ມຄອງລູກຫຼານໄປຂີ່ລົດເມກັບມາຢ່າງລາບລື່ນ