ຄົນລາວຂ້າມໄປໄທຈ່າຍເງິນບໍ່ຕ່ຳກວ່າ 10.000 ຄົນ

ຄົນລາວຂ້າມໄປໄທຈ່າຍເງິນບໍ່ຕ່ຳກວ່າ 10.000 ຄົນ

ບ້ານເຮົາເຖິງຈະຂຶ້ນຊື່ວ່າເປັນປະເທດທີ່ຍັງທຸກຍາກຢູ່ຕາມບັນຊີການປະເມີນຂອງສາກົນ ແຕ່ເບິ່ງຈາກຕົວຈີງແລ້ວຜູ້ທຸກກໍ່ທຸກພາກຢາກ ຜູ້ຮັ່ງກໍ່ຖານະບໍ່ທຳມະດາ, ມີຫຼາຍລາຍທີ່ຂ້າມຂອງໄປກິນເຂົ້າແລງຢູ່ເມືອງໄທແບບບໍ່ຫ່ວງກະເປົາ ຖ້າເປັນວັນພັກຍາວແຫ່ງບໍ່ໃຫ້ເວົ້າ ດ່ານຈົນຈ້ຳກາບໍ່ທັນພຸ້ນລະ

ອັນທີ່ຈີງລະເງິນໃຜເງິນລາວບໍ່ເດືອດຮ້ອນຜູ້ໃດ ແຕ່ຖ້າຄົນລາວເຮົາສາມັກຄີກັນແລ້ວມາສົ່ງເສີມການຜະລິດພາຍໃນຄືຈະດີຫຼາຍເຕີບ ທຸກວັນນີ້ເງິນບາດໄທແພງຂຶ້ນຕໍ່ເນື່ອງຍາກທີ່ຈະລົງ ຍ້ອນລາວເຮົາເອົາເງິນຕາເຫຼົ່ານັ້ນໄປຊຳລະສິນຄ້ານຳເຂົ້າຍັງບໍ່ພໍ, ຄົນລາວຈຳນວນຫຼາຍຍັງພາກັນຫາແຕກເງິນບາດໄປຈ່າຍຫຼິ້ນແຕ່ລະວັນເປັນຈຳນວນຫຼາຍສົມຄວນຈະບໍ່ໃຫ້ເງິນບາດແພງໄດ້ແນວໃດ?

ອີງຕາມຂ່າວຈາກສຳນັກໄທຣັດລາຍງານວ່າ ວັນພັກຍາວຄົນລາວແຫ່ຂ້າມໄປທ່ຽວໄທຕໍ່ວັນບໍ່ຕ່ຳກວ່າ 10 ພັນຄົນ ແລະ ລົດສ່ວນຕົວ ລະດັບ 2000 ຄັນ !!! ມື້ນີ້(ວັນທີ 30 ພະຈິກ 2019) ຫຼາຍຄົນຄົງເຫັນພາບ ທີ່ປະຊາຊົນຊາວລາວ ຫລັ່ງໄຫລເດີນທາງເຂົ້າປະເທດໄທ ຜ່ານທາງດ່ານຂົວມິດຕະພາບແຫ່ງທີ 1 ວຽງຈັນ-ໜອງຄາຍ ເນື່ອງຈາກເປັນວັນພັກຍາວຕໍ່ເນື່ອງ 3 ວັນ

ເຈົ້າຫນ້າທີ່ປະຈຳດ່ານສາກົນໜອງຄາຍ ເລັ່ງອຳນວຍຄວາມສະດວກໃນການກວດປະທັບຜ່ານແດນ, ເຮັດໃຫ້ບັນຍາກາດພາຍໃນດ່ານຄຶກຄັກ ເນື່ອງຈາກມີນັກທ່ອງທ່ຽວ ແລະ ປະຊາຊົນຊາວລາວ ລໍຖ້າກວດໜັງສືຈຳກາຜ່ານດ່ານເປັນຈຳນວນຫຼາຍ ຊຶ່ງມີທັງເດີນທາງດ້ວຍລົດສ່ວນຕົວ ແລະ ລົດໂດຍສານ.

ເຈົ້າຫນ້າທີ່ຄາດວ່າຈະມີນັກທ່ອງທ່ຽວຊາວລາວເດີນທາງໃນໄລຍະນີ້ບໍ່ຕ່ຳກວ່າວັນລະ 10.000 ຄົນ, ສົດສ່ວນບຸກຄົນບໍ່ຕ່ຳກວ່າ ວັນລະ 2.000 ຄັນ.

ຂ່າວທົ່ວໄປ