ໜ້າຮັກໜ້າເອັນດູແທ້ໆ ສຳລັບ ນ້ອງຈູນີ່ ລູກສາວເກີດໃໝ່ ເຈົ້າຂອງຕຳແໜ່ງທາຍາດໝາຍເລກ 1 ຂອງຄອບຄົວດ່ານບະວອນກຽດ ທີ່ຫາກໍ່ຈະລືມຕາເບິ່ງໂລກເມື່ອວັນທີ 9 ພະຈິກ ທີ່ຜ່ານມາ
ໂດຍຫຼ້າສຸດພໍ່ແມ່ມືໃໝ່ ຟຸກ-ຈິຣະ ດ່ານບະວອນກຽດ ແລະ ແອັບເປິ້ນ – ສີສະຫງຽນ ສີຫາລາດ ກໍໄດ້ຖືໂອກາດດີເຊີນສື່ມວນຊົນຮ່ວມຕ້ອນຮັບສະມາຊິກຄົນສຳຄັນຂອງບ້ານ ພ້ອມທັງເຜີຍຄວາມຮູ້ສຶກຕັ້ງແຕ່ວິນາທີທຳອິດທີ່ໄດ້ເຫັນໜ້າລູກສາວ ຮວມທັງແຜນການລ້ຽງດູໃນອະນາຄົດໃຫ້ໄດ້ຟັງກັນແບບຈັດເຕັມວ່າ:
ບັນຍາກາດໃນມື້ເກີດເປັນແນວໃດແດ່?
ຟຸກ – “ມັນເປັນຄວາມຮູ້ສຶກທີ່ອະທິບາຍບໍ່ຖືກເລີຍ ເພາະທີ່ຜ່ານມາເຮົາລຳບາກຫຼາຍກວ່າເຮົາຈະມີເຂົາໄດ້. ເຮົາພະຍາຍາມກັນມາດົນເປັນປີໆ. ຄືຕອນທີ່ແພ້ທ້ອງມັນກໍມີທັງຄວາມທໍ້ແທ້ ມີທັງຄວາມເມື່ອຍ ມີທັງຄວາມຫຍຸ້ງຍາກ ລະຫວ່າງທາງກໍມີບັນຫາເກີດຂຶ້ນຕະຫຼອດ. ຄືມື້ທີ່ລູກເກີດອອກມາໄດ້ຍິນສຽງລູກຮ້ອງ ເຮົາເອງທັງພໍ່ທັງແມ່ກໍຮ້ອງໄຫ້ນຳກັນທັງສອງ. ເພາະຂ້ອຍເຂົ້າຫ້ອງເກີດໄປກັບລາວນຳ. ໄດ້ເຫັນທຸກຂະບວນການເລີຍ ໄດ້ເຫັນວ່າແອັບເປິ້ນລາວຢ້ານຫຼາຍສໍ່າໃດ”
ແອັບເປິ້ນ – “ຕອນທີ່ລໍຖ້າລືກເກີດ 9 ນາທີ, ມັນເປັນ 9 ນາທີ ທີ່ເຮົາບອກໝໍຕະຫຼອດເລີຍວ່າ ບໍ່ຕ້ອງລໍຖ້າແລ້ວ ເອົາເດັກອອກມາເລີຍ (ຫົວ) ເຊິ່ງຟຸກລາວກໍຈະເປັນຄົົນທີ່ຄອຍຖ້າຢູ່ຂ້າງໆ ແລະ ກໍຈະຄອຍຖ້າບອກເຮົາວ່າບໍ່ເປັນຫຍັງ ທຸກຢ່າງຢູ່ໃນການເບິ່ງແຍງຂອງທ່ານໝໍແລ້ວ”
ຟຸກ – “ຖາມວ່າເຮົາເຊື່ອເລື່ອງເລິກບໍ? ຄວາມຈິງເຮົາກໍໄດ້ໄປເບິ່ງດວງມາຄືກັນໃດ ແລະ ກໍບອກທ່ານໝໍໄວ້ຕາມນັ້ນ. ແຕ່ພໍຮອດເວລາທີ່ຈະເກີດແທ້ໆ ເຮົາກໍລືມສົ່ງໄປເລີຍເຖິງເລື່ອງເລິກ ໂດຍສະເພາະເປິ້ນທີ່ຄືລາວສະຕິແຕກໄປແລ້ວ (ຫົວ)”
ແອັບເປິ້ນ – “ຄືເລື່ອງເລີກ ຄວາມຈິງມັນກໍບໍ່ໄດ້ສຳຄັນຫຼາຍດອກ ເພາະເຮົາກໍບໍ່ຮູ້ຄືກັນວ່າຖ້າລູກໃຫຍ່ຂຶ້ນມາແລ້ວລາວຈະເຊື່ອ ຫຼື ບໍ່ເຊື່ອເລື່ອງນີ້ ພຽງແຕ່ເຮົາຢາກໃຫ້ມັນເປັນໄລຍະເວລາທີ່ດີທີ່ສຸດກໍເທົ່ານັ້ນເອງ ຢາກໃຫ້ມັນສົມບູນແບບສຳລັບລູກ ເພື່ອທີ່ລູກໃຫຍ່ຂຶ້ນມັນຈະໄດ້ບໍ່ຕ້ອງຄິດຫຍັງຫຼາຍ”
ຊື່ຫຼິ້ນ ແລະ ຊື່ແທ້ຂອງລູກໄດ້ມາແນວໃດ?
ແອັບເປິ້ນ – “ທີ່ມາຂອງຊື່ລູກມັນມາຈາກຄວາມເປັນຕິ່ງຂອງແມ່ (ຫົວ). ພໍດີວ່າໄປພົບນ້ອງຄົນໜຶ່ງໃນວົງ BNK48 ລາວຊື່ວ່າ ນ້ອງຈູເນ່ ເຊິ່ງນ້ອງລາວເປັນຄົົນທີ່ໜ້າຮັກຫຼາຍໆ ກໍເລີຍບອກກັບຟຸກໄວ້ວ່າຖ້າຫາກເຮົາມີລູກສາວກໍຢາກຈະໄດ້ແບບຄົນນີ້ (ຍິ້ມ) ສຸດທ້າຍກໍເລີຍກາຍເປັນຊື່ຈູນີ່. ສ່ວນຊື່ແທ້ກໍໄດ້ມາຈາກແມ່ລາວຄືກັນ ຊື່ວ່າ ເຣນິຕາ ທີ່ແປວ່າ ເກີດຂຶ້ນໃໝ່ຢ່າງສະຫງ່າງາມ ຄວາມໝາຍດີ”
ອາການເຫີ່ເປັນແນວໃດແດ່ສຳລັບພໍ່ແມ່ມືໃໝ່?
ແອັບເປິ້ນ – “ເຫີ່ຫຼາຍ. ຕອນນີ້ກຽມຊຸດໃຫ້ລູກຈົນຮອດ 3 ປິແລ້ວ (ຍິ້ມ)”
ຟຸກ – “ເລື່ອງໂຮງຮຽນຂອງລູກຫຼາຍຄົນກໍບອກວ່າສຳຄັນ. ຄວາມຈິງເຮົາກໍໄດ້ໄປເບິ່ງໂຮງຮຽນກັນແລ້ວໃດຕັ້ງແຕ່ຕອນລູກຍັງຢູ່ໃນທ້ອງ ກໍມີການວາງແຜນໄວ້ແລ້ວ ແຕ່ຍັງບໍ່ໄດ້ຕັດສິນໃຈ”
ຕັ້ງໃຈຈະລ້ຽງກັນເອງເລີຍ ຫຼື ບໍ່ສຳລັບລູກສາວຄົນນີ້?
ຟຸກ – “ລ້ຽງກັນເອງໝົດເລີຍ. ເກືອບບໍ່ໄດ້ນອນເລີຍ ຄືບໍ່ໄດ້ນອນແທ້ໆ. ມັນຕອບບໍ່ໄດ້ເລີຍດ້ວຍຊ້ຳວ່າໄດ້ນອນຈັກຊົ່ວໂມງຕໍ່ມື້ ເພາະບາງເທື່ອການນອນຂອງເຮົາມັນເກືອບຈະບໍ່ເຖິງຊົ່ວໂມງ”
ແອັບເປິ້ນ – “ຄືກັບເຮົາກໍກຳລັງສຶກສາໄປນຳກັນກັບລູກ. ຢ່າງແມ່ໆ ຫຼາຍຄົນກໍແນະນຳເປິ້ນໃດວ່າຖ້າຫາກເຮົາເຂົ້າໃຈພຶດຕິກຳຂອງລູກແລ້ວ ເຮົາກໍຈະເຮັດຫຍັງຫຼາຍຢ່າງງ່າຍຂຶ້ນ ເຊິ່ງນີ້ລະຄືເຫດຜົນທີ່ເປິ້ນຄິດວ່າເປິ້ນຕ້ອງລ້ຽງລູກດ້ວຍຕົວເອງ”
ກຽມໃຈໄວ້ສໍ່າໃດກັບການຊ່ວຍລ້ຽງຂອງຊາວເນັດ?
ຟຸກ – “ກຽມຕັ້ງແຕ່ຕອນທີ່ລູກຍັງຢູ່ໃນທ້ອງແລ້ວ. ເພາະຈະມີຄຳແນະນຳມາໃຫ້ຕະຫຼອດ ທັງການກິນຂອງແມ່ ໄປຈົນເຖິງການໃຊ້ຊີວິດຂອງແມ່ ເຊິ່ງພວກເຮົາກໍເຂົ້າໃຈວ່າພວກເຂົາຫວັງດີ”
ຄິດວ່າການເປັນແມ່ເຮັດໃຫ້ເຮົາຕ້ອງໃຈເຢັນລົງບໍ່?
ແອັບເປິ້ນ – “ຮ້ອນກວ່າເກົ່າ (ຫົວ)”
ຟຸກ – “ອາດຈະຮ້ອນແຕ່ໄລຍະນີ້ເພາະຕອນນີ້ມັນຫາກໍ່ຈະເປັນໄລຍະເລີ່ມຕົ້ນ”
ຍັງມີເລື່ອງຫຍັງເຮົາຕ້ອງກັງວົນອີກແດ່ສຳລັບພໍ່ແມ່ມືໃໝ່?
ແອັບເປິ້ນ – “ບໍ່ຄ່ອຍມີໃນຕອນນີ້ ແຕ່ກໍຫ່ວງວ່າຖ້າລູກເປັນໄຂ້ເຮົາຈະເຮັດແນວໃດ ເພາະເຮົາຍັງບໍ່ເຄີຍເຫັນລູກຕອນປ່ວຍ”.
ແມ່ມີພາວະຊຶມເສົ້າ ຫຼື ອາລົມຂຶ້ນໆລົງໆຫຼັງເກີດຢູ່ບໍ?
ແອັບເປິ້ນ – “ບໍ່ຄ່ອຍເສົ້າໃດ ແຕ່ກໍຈະມີເລື່ອງຂອງອາລົມແດ່ຄືກັນ. ຄືມື້ວານນີ້ກໍໂວຍວາຍເລື່ອງການເກັບນ້ຳນົມໃຫ້ລູກ”.
ຟຸກ – “ຖາມວ່າຂ້ອຍຕ້ອງໃຈເຢັນບໍ່? ກໍຕ້ອງໃຈເຢັນໃດ. ແຕ່ຂ້ອຍກໍເຂົ້າໃຈຄືກັນໃດ ສຳລັບຜົວຫຼາຍຄົົນທີ່ມັກຈະມີເລື່ອງຂອງພາວະຄວາມເມື່ອຍ ແລະ ອາດຈະເວົ້າຫຍັງທີ່ເຮັດໃຫ້ບໍ່ເຂົ້າຫູ. ແຕ່ທັງນີ້ເຮົາກໍຕ້ອງເຂົ້າໃຈໃນຕົວພັນລະຍາເຮົານຳວ່າ ລາວກໍເມື່ອຍ ເມື່ອຍຫຼາຍກວ່າເຮົາອີກຊໍ້າ. ມີ່ຫຍັງທີ່ຍອມຮັບຜິດໄດ້ແລ້ວກໍຍອມຮັບຜິດໄປເທາະ”.
ຕັ້ງໃຈຈະມີທາຍາດອີກຄົນເລີຍ ຫຼື ບໍ່?
ແອັບເປິ້ນ – “ຕອນທຳອິດກໍຢາກຈະມີຕໍ່ເລີຍໃດ ແຕ່ວ່າຕອນນີ້ແຜນເລີ່ມປ່ຽນແລ້ວ”.
ຟຸກ – “ຄວາມຈິງກໍຕ້ອງລ້ຽງຄົນນີ້ໄປກ່ອນ. ສ່ວນເລື່ອງລູກຖາມວ່າຢາກມີອີກບໍ່ ຂ້ອຍກໍຢາກມີ ຂ້ອຍຢາກໄດ້ລູກຊາຍຈະໄດ້ພາລູກໄປຫຼິ້ນກີລາ”
ການມີລູກມັນປ່ຽນຊີວິດຂອງເຮົາສອງຄົນແນວໃດແດ່?
ຟຸກ – “ເຮົາສອງຄົນຄົບກັນມາດົນຫຼາຍແລ້ວໃດ ແລະຄວາມສຸກມັນກໍມີຫຼາຍຂຶ້ນເລື້ອຍໆ ຕັ້ງແຕ່ກ່ອນແຕ່ງດອງ ຈົນເຮົາແຕ່ງດອງ ແລະ ຕອນນີ້ເຮົາກໍມີລູກເພີ່ມເຂົ້າມາໃນຄອບຄົວ. ຂ້ອຍເຊື່ອວ່າມັນຈະຕ້ອງມີຄວາມສຸກເພີ່ມຂຶ້ນອີກເລື້ອຍໆ ແນ່ນອນໃນອະນາຄົດ (ຍິ້ມ)”
ພໍ່ຈະຕ້ອງຈົ່ງໜວດເລີຍບໍ່ ລູກສາວໜ້າຕາໜ້າຮັກໜ້າຊັງຂະໜາດນີ້?
ຟຸກ – “ເລື່ອງຫວງຄົງບໍ່ຫວງໃດ. ແຕ່ຄົງເປັນຫ່ວງຄວາມປອດໄພລູກຫຼາຍກວ່າ ເພາະລູກຜູ້ຊາຍ ເຂົາໜ້າຈະເບິ່ງແຍງຕົວເອງໄດ້ຫຼາຍກວ່າຜູ້ຍິງ. ສ່ວນລູກຜູ້ຍິງກໍອາດຈະມີໄພຮອບດ້ານ. ຂ້ອຍຄົງກັງວົນເລື່ອງນັ້ນຫຼາຍກວ່າ”.
ຂໍ້ມູນ : sanook!