ດີໃຈນຳກອງກຳລັງປ້ອງກັນຊາດທີ່ໄດ້ຮັບການຊ່ວຍເຫຼືອສະໜັບສະໜູນເງິນຈຳນວນ 1 ລ້ານໂດລາແກ່ ກະຊວງປ້ອງກັນປະເທດ ເພື່ອນຳໄປຍົກລະດັບກອງທັບລາວໃຫ້ເຂັ້ມແຂງເມືອໜ້າ ບໍ່ວ່າຍາມສົງຄາມ ຫຼື ສັນຕິພາບກອງທັບຕ້ອງມາກ່ອນເບິ່ງຄວາມສະຫງົບຮຽບຮ້ອຍເປັນຮົ້ວປ້ອງກັນໃຫ້ພໍ່ແມ່ປະຊາຊົນຕະຫຼອດໄປ
ໂດຍໃນວັນທີ 14 ພະຈິກນີ້, ຢູ່ທີ່ຫ້ອງວ່າການກະຊວງປ້ອງກັນປະເທດ, ບໍລິສັດສະຕາໂທລະຄົມ (ຢູນີເທວ) ໄດ້ນຳເອົາເງິນຈຳນວນ 1.000.000 ໂດລາສະຫະລັດ ມາມອບໃຫ້ກະຊວງປ້ອງກັນປະເທດ ເພື່ອເປັນການປະກອບສ່ວນ ເຂົ້າໃນການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ (20/1/1949-20/1/2019) ແລະ ວັນຊາດທີ 2 ທັນວາຄົບຮອບ 44 ປີ (2/ 12/1975-2/12/2019 )
ໃນໂອກາດນີ້ຕາງໜ້າໃຫ້ບໍລິສັດສະຕາໂທລະຄົມກ່າວມອບໂດຍ ທ່ານ ລືວແມ໋ງຮ່າ ຜູ້ອຳນວຍການໃຫຍ່ບໍລິສັດ ສະຕາໂທລະຄົມ ແລະ ກ່າວຮັບໂດຍ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ.
ໃນໂອກາດນີ້ ທ່ານພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ສະແດງຄວາມຂອບອົກຂອບໃຈຕໍ່ທາງບໍລິສັດສະຕາໂທລະຄົມ ທີ່ເຫັນໄດ້ຄວາມໝາຍ, ຄວາມສຳຄັນຂອງວຽກງານດັ່ງກ່າວເພາະ ເງິນຈຳນວນດັ່ງກ່າວແມ່ນເປັນການປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາກອງທັບໃຫ້ມີຄວາມຈະເລີນກ້າວໜ້າ ແລະ ທັນສະໄໝ ແລະ ຫວັງຢ່າງຍິ່ງວ່າ ໃນໂອກາດໜ້າຈະໄດ້ຮັບການອຸປະຖຳຈາກບໍລິສັດຂອງພວກທ່ານອີກຕໍ່ໄປ