ພູຄູນເມືອງແຫ່ງພູຜາທະເລໝອກ ທຳມະດາທຳມະຊາດສວຍງາມ ອາຫານການກິນແຊບຂໍພວກສວຍໂອກາດຢ່າທຳລາຍບັນຍາກາດທີ່ນັ້ນດ້ວຍການເອົາເງິນປອມຂອງປອມໄປຫວ່ານເທາະ ແຕ່ນີ້ແມ່ນຫຍັງເງິນປອມຕັ້ງ 40 ກວ່າລ້ານ, ສ້າງປະກົດການຫຍໍ້ທໍ້ຍັງບໍ່ພໍ ຈະເຮັດໃຫ້ຊາວບ້ານຜູ້ບໍລິສຸດຄອຍເດືອດຮ້ອນໄປນຳ ຖ້າເຂົາບໍຮູ້ແລ້ວນຳເງິນປອມໄປໃຊ້ຈ່າຍ
ຕາມຂ່າວຈາກເມືອງພູຄູນໃຫ້ຮູ້ວ່າ: ໃນວັນທີ 21 ພະຈິກ 2019ນີ້ ກອງບັນຊາການປ້ອງກັນຄວາມສະຫງົບເມືອງພູຄູນ ໄດ້ຈັດພິທີ ທຳລາຍພັນທະບັດ ( ເງິນປອມ ) ຂື້ນ ເນື່ອງຈາກມີກຸ່ມຄົນບໍ່ດີນຳໄປຫວ່ານໄວ້ຢູ່ສາມແຍກເມືອງພູຄຸນ ລວມມູນຄ່າ 40 ກວ່າລ້ານກີບ
ທ່ານ ພັຕ ແກ້ວວິໄລ ວິທະຍາ ເຈົ້າໜ້າທີສັນຕິບານ ກອງບັນຊາການປ້ອງກັນຄວາມສະຫງົບເມືອງໄດ້ລາຍງານໃຫ້ຮູ້ວ່າ: ເງິນປອມທີເຈົ້າໜ້າທີຢຶດ ແລະ ນຳມາທຳລາຍໃນຄັ້ງນີ້ ແມ່ນໄດ້ມາຈາກການລົງເຄືອນໄຫວຕິດຕາມກວດກາພົບເຫັນເງິນ ທີກຸ່ມຄົນບໍ່ດີນຳມາຫວ່ານຕໍ່ໜ້າຕະຫຼາດບ້ານສາມແຍກພູຄູນ ໃນວັນສະເຫຼີມສະຫຼອງວັນສຳຄັນຂອງພັກ-ຂອງຊາດ ເພື່ອສ້າງສະຖານະການຄວາມບໍ່ສະຫງົບ ໃນປີຫຼາຍປີຜ່ານມາ
ໃນນັ້ນມີເງິນປອມ ສະກຸນເງິນກີບ ປະເພດໃບ 50.000 ຈຳນວນ 32 ລ້ານກວ່າກີບ, ປະເພດໃບ 20,000 ຈຳນວນ 8 ລ້ານກວ່າກີບ, ປະເພດໃບ 10.000 ຈຳນວນ 1ລ້ານກວ່າກີບ ແລະ ສະກຸນເງີນໂດລາສະຫະລັດ ປະເພດ100ໂດລາ ຈຳນວນ 9.000ໂດລາ ລວມເປັນເງິນທີປອມແປງທັງໝົດ 42.090,000 ກີບ
ໂອກາດທີທ່ານຮອງເຈົ້າເມືອງໄດ້ເຂົ້າຮ່ວມພິທີ ໃນຄັ້ງນີ້ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍຜົນງານຂອງເຈົ້າໜ້າທີໄດ້ເອົາໃຈໃສ່ປະຕິບັດໜ້າທີ ໃນການເຄືອນໄຫວຕິດຕາມແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ພ້ອມນີ້ກໍ່ໄດ້ເນັ້ນໃຫ້ເຈົ້າໜ້າວິຊາສະເພາະ ສືບຕໍໃຊ້ພະຍາຍາມ ດ້ວຍຄວາມຮັບຜິດຊອບ, ຮັດກຸ່ມ ໃນການປະຕິບັດໜ້າທີ ເພາະກຸ່ມຄົນບໍ່ດີຍັງຈະສືບຕໍເຄືອນໄຫວສ້າງຄວາມບໍສະຫງົບດ້ວຍຫຼາຍຮູບແບບ ຈາກນັ້ນຄະນະປະທານ ແລະ ຜູ້ເຂົ້າຮ່ວມ ໄດ້ຮ່ວມກັນຈູດທຳລາຍເງິນດັ່ງກ່າວ
ຕາມປະມວນກົດໝານອາຍາມາດຕາ 129ວ່າດ້ວຍການປອມແປງເງິນ ຫລື ການໃຊ້ເງິນປອມ ໄດ້ລະບຸວ່າ: ບຸກຄົນໃດຫາກໃຊ້ເຄື່ອງພີມ ຫລືໃຊ້ວິທີການອື່ນປອມແປງເງິນກີບ,ເງິນຕາຕ່າງປະເທດ ຫລືນຳເງິນປອມຈາກຕ່າງປະເທດມາເຂົ້າມາຈຳຫນ່າຍ,ຈໍລະຈອນຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຈະຖືກລົງໂທດຕັດອິດສາລະພາບແຕ່ 5-15ປີ ແວະຈະຖືກປັບໃໝ ແຕ່ 50-500 ລ້ານ