ຖືໄດ້ວ່າເປັນຂ່າວທີ່ເຕືອນສະຕິຄົນທີ່ມັກຖ່າຍເຊລຟີ່ໃນທີ່ຫວາດສຽວໄດ້ເປັນຢ່າງດີ ເມື່ອເວັບໄຊຕ໌ຕ່າງປະເທດຢ່າງ ເວັບໄຊຕ໌ເວິລດ໌ອອຟບັຊ ລາຍງານເຫດໂສກນາດຕະກຳເຊລຟີ່ໃນກໍລະນີລ່າສຸດ ເຫດການເກິດຂຶ້ນທີ່ສະຖານທີ່ຊົມວິວເທີງຍອດພູ ຫົວຊານ ໃນປະເທດຈີນ ຜູ້ເຄາະຮ້າຍຄື ນັກສຶກສາມະຫາວິທະຍາໄລສາວ ລະບຸຊື່ວ່າ ເຕິງ ເກິດພັດຕົກໄປເຫວເລຶກກວ່າ 2,000 ເເມັດ ເພາະການຖ່າຢເຊລຟີ້
ໂດຍລາຍງານວ່າ ເຕິງໄດ້ເດິນທາງໄປທ່ຽວສະຖານທີ່ດັງກ່າວ ໂດຍໄດ້ຖ່າຍຮູບອັບໂຫລດລົງໂຊຊຽວ ແລະ ສົ່ງໃຫ້ໝູ່ເບີ່ງຈຳນວນຫຼາຍ ຈົນເຖຶງຕອນກ່ອນເກິດເຫດ ເຕິງອອກໄປຖ່າຍເຊລຟີ່ທີ່ບໍລິເວນຮີມຜາ ເພື່ອໃຫ້ໄດ້ມູມພາບທີ່ສວຍງາມ ກ່ອນຈະເສີຍຫລັກຕົກລົງໄປດ້ານລຸ່ມ ແຕ່ຂະນະນັ້ນບໍ່ມີໃຜຮູ້ ຈົນກະທັ້ງຊ່ວງບ່າຍ ໝູ່ຂອງເຕິງເກິດເປັນຫ່ວງ ເນື່ອງຈາກເຫັນໝູ່ຫາຢໄປ ສ່ວນທາງຄອບຄົວ ແລະ ທາງມະຫາວິທະຍາໄລບໍ່ມີໃຜຕິດຕໍ່ລາວໄດ້ເຊັ່ນກັນ ຈຶງຮິບປະສານໄປຍັງທາງເຈົ້າຫນ້າທີ່ໃຫ້ຊ່ວຍອອກຄົ້ນຫາ ແລະ ທຸກຄົນກໍ່ໄດ້ຮູ້ຄວາມຈິງ ເມື່ອທາງເຈົ້າຫນ້າທີ່ກວດສອບກ້ອງວົງຈອນປິດ ພົບວ່າ ເຕິງພັດຕົກຫນ້າຜາໄປແລ້ວ
າຫນ້າທີ່ເຜີຍລາຍລະອຽດວ່າ ເຕິງອອກໄປຢືນຢູ່່ໃນຈຸດສ່ຽງ ລາວເພີດເພີນກັບການເຊລຟີ່ຈົນລືມລະວັງ ໂດຍລາວຢຽບກ້ອນຫິນທີ່ບໍ່ໝັ້ນ ເຮັດໃຫ້ລາວຫງາຍຫລັງຕົກລົງໄປຈາກເທີງຍອດພູ ນອກຈາກນີ້ຍັງ ລາຍງານຕື່ມວ່າ ຮົ້ວກັ້ນຢູ່ໃນບໍລິເວນດັງກ່າວມີຂະໜາດເຕ້ຍພຽງແຕ່ຊ່ວງຂາເທົ່ານັ້ນ ທັ້ງນີ້ ແມ້ວ່າທາງຄອບຄົວນັກສຶກສາສາວຈະປະຕິເສດຄວາມຮັ້ບຜິດຊອບ ແຕ່ທາງຜູ້ດູສຖານທີ່ກໍ່ຍິນດີຈ່າຍເງິນຊົດເຊີຍໃຫ້ທາງຄອບຄົວ 40,000 ຢວນ (ປະມານ 50,000,000 ກີບ) ພ້ອມທັງກ່າວສະແດງຄວາມເສຍໃຈຕໍ່ການສູນເສີຍໃນຄັ້ງນີ້