ການມີຄວາມສໍາພັນ:ເປັນເລື່ອງປົກະຕິທີ່ຄູ່ຮັກທີ່ຄົບກັນມາຫລາຍປີ ຫຼື ແຕ່ງງານກັນມາດົນແລ້ວ ອາດຈະມີເພດສໍາພັນກັນຫນ້ອຍລົງໂດຍອາດມີເຫດຜົນມາຈາກຫລາຍໆປັດໃຈເຊິ່ງຖ້າເປັນແນວນີ້ຕໍ່ໄປອາດສົ່ງຜົນເສຍຕໍ່ການໃຊ້ຊີວິດຄູ່ໄດ້ ເພາະເຫດນີ້ຫລາຍຄູ່ຈຶ່ງເກີດຄວາມສົງໄສຂື້ນມາວ່າຄົນເຮົາຄວນມີເພດສໍາພັນຫລາຍຫນ້ອຍສໍ່າໃດຈຶ່ງຈະດີຕໍ່ສຸກຂະພາບແລະຊີວິດຄູ່ທ່ານຮູ້ຫຼືບໍ່
5 ຂໍ້ດີທີ່ຄວນມີເພດສຳພັນທຸກໆມື້ສຳລັບຄົນມີຄູ່
-ບັນລຸຄວາມຢາກດຸໆ ບອກລາມະເຮັງໄດ້: ການຫຼັ່ງອະສຸຈິດຸໆ ກໍ່ປຽບຄືການເຮັດຄວາມສະອາດທໍ່ຂອງເຈົ້າເອງ ເຊີ່ງກໍ່ມີຜົນການວິໄຈອອກມາຢືນຢັນວ່າຄົນທີ່ຫຼັ່ງນ້ຳອະສຸຈິຫຼາຍກວ່າ 21 ເທື່ອຕໍ່ເດືອນ ະມີໂອກາດເປັນມະເຣັງຕ່ອມລູກໝາກໜ້ອຍກວ່າຄົນທີ່ຫຼັ່ງພຽງ 4-7 ເທື່ອຕໍ່ເດືອນ
-ຟື້ນຟູຈິດໃຈໃຫ້ຫາຍຈາກຄວາມເສົ້າ: ມື້ໃດຈະມີເລື່ອງຫຍັງມາມາເຮັດໃຫ້ຄຽດ ຫຼື ເຮັດໃຫ້ເຮົາເສົ້າໄດ້ແຕ່ການມີເຊັກໃນທຸກໆມື້ຊ່ວຍໃຫ້ເຈົ້າຫາຍຈາກຄວາມເສົ້າໄດ້ ແລະ ຍັງເຮັດໃຫ້ຫົວໃຈແຂງແຮງໄດ້ອີກດ້ວຍເພາະການມີເຊັກຈະຊ່ວຍຫຼັ່ງຮໍໂມນອອກມາຫຼາຍຊະນິດຮໍໂມນເຫຼົ່ານັ້ນຍັງມີຮໍໂມນທີ່ຊ່ວຍໃຫ້ເຈົ້າອາລົມດີອີກດ້ວຍການມີເຊັກ 2-3 ເທື່ອຕໍ່ອາທິດຍັງຊ່ວຍລົດຄວາມສ່ຽງຂອງການເປັນໂລກຫົວໃຈວາຍ ແລະ ໂລກເສັ້ນເລືອດໃນສະໝອງອີກດ້ວຍ
-ຊ່ວຍຊະລໍອາຍຸເທີງໃບໜ້າ: ການມີເຊັກ ເຮັດໃຫ້ໃບໜ້າເດັກລົງໄດ້ເກືອບ 10 ປີເພາະວ່າຮໍໂມນເພດຊາຍທີ່ຫຼັ່ງອອກມາເປັນສິ່ງທີ່ຊ່ວຍຕໍ່ດ້ານຮິ້ວຮອຍໄດ້ດີກວ່າຄຣີມທົ່ວໆໄປອີກໂດຍເກືອບ 50% ຜູ້ທີ່ມີເຊັກ 2-3 ເທື່ອຕໍ່ອາທິດ ຈະອ່ອນເຍົາກວ່າຜູ້ທີ່ເຊັກເດືອນລະເທື່ອ
-ການມີເຊັກ ຊ່ວຍໃຫ້ຫຼັບງ່າຍຂຶ້ນ: ເຊື່ອວ່າຫຼາຍຄົນຄົງຄິດວ່າເປັນເພາະຄວາມເມື່ອຍຈາກການມີເຊັກຈົນເຮັດໃຫ້ຫຼັບໄດ້ງ່າຍ ແຕ່ແທ້ໆແລ້ວບໍ່ແມ່ນແບບນັ້ນແທ້ໆແລ້ວສິ່ງທີ່ເຮັດໃຫ້ຫຼັ່ງໄດ້ງ່າຍນັ້ນຄືຮໍໂມນ Oxytocin ແລະ Prolactin ເຊີ່ງ 2 ຮໍໂມນນີ້ລະທີ່ຊ່ວຍເຮັດໃຫ້ເຮົາຫຼັບງ່າຍຂຶ້ນເພາະມັນຊ່ວຍຜ່ອນຄາຍນັ້ນເອງ
-ມີເຊັກຊ່ວຍໃຫ້ໜ້າທີ່ການງານດີຂຶ້ນ: ຂໍ້ນີ້ຢ່າເຂົ້າໃຈຜິດເດີ ເພາະແທ້ໆແລ້ວການ ມີເຊັກໃນຄືນກ່ອນທີ່ຈະມີການເວົ້າໃນທີ່ສາທາລະນະ ຫຼື ຈະນຳສະເໜີງານ ຈະຊ່ວຍລົດຄວາມປະມາດຕື່ນເຕັ້ນຄຽດ ຫຼື ຄວາມດັນໂລຫິດໄດ້ ຈຶ່ງເຮັດໃຫ້ເຮົາໝັ່ນໃຈຂຶ້ນ ແລະ ຖ້າເຮົາໝັ່ນໃຈເລື່ອງດີໆກໍ່ຕາມມາ
ໂດຍນັກວິໄຈເລື່ອງເພດໄດ້ເຮັດການສໍາຫລວດ ແລະ ສຶກສາຄົ້ນຄວ້າຈົນພົບວ່າ ຄ່າຄວາມຖີ່ສະເລ່ຍທີ່ດີໃນການມີເພດສໍາພັນຂອງຄົນທີ່ມີອາຍຸລະຫວ່າງ 18-29 ປີຄື 112 ຄັ້ງ/ປີ ຫຼື ປະມານ 2ຄັ້ງ/ອາທິດສ່ວນຜູ້ທີ່ມີອາຍຸຫລາຍກວ່ານັ້ນຢູ່ທີ່ 69 ຄັ້ງ/ປີ ຖືວ່າເປັນການດີ ສະນັ້ນຄໍາຕອບທີ່ດີທີ່ສຸດຂອງຄໍາຖາມນີ້ຄື ເຮົາຄວນທີເພດສໍາພັນເມື່ອມີໂອກາດ ຫລື ມີຕາມຄວາມຕ້ອງການ
ເຖິງວ່າຈະຮູ້ຢູ່ເຕັມເອິກວ່າການມີເພດສໍາພັນເປັນປະຈໍາຈະຊ່ວຍໃຫ້ຄວາມສໍາພັນແຫນ້ນແຟ້ນ ແລະ ຊີວິດຄູ່ມີຄວາມສຸກຫລາຍຂື້ນ ແຕ່ການສໍາຫລວດຄູ່ຮັກທີ່ແຕ່ງງານແລ້ວກັບພົບວ່າ ຄູ່ຮັກທີ່ມີເພດສໍາພັນ 4-5 ຄັ້ງ/ອາທິດ ບໍ່ໄດ້ມີຄວາມສຸກຫລາຍກວ່າ ຄູ່ຮັກທີ່ມີເພດສໍາພັນອາທິດລະຄັ້ງແຕ່ຢ່າງໃດ
ນັ້ນສະແດງໃຫ້ເຫັນວ່າການມີເພດສໍາພັນເປັນປະຈໍາໂດຍບໍ່ໄດ້ມາຈາກຄວາມປາດຖະຫນາແທ້ໆກໍ່ບໍ່ເຮັດໃຫ້ເກີດຜົນດີເຫລົ່ານັ້ນສະເໝີໄປຊ່ວງເວລາທີ່ດີເໝາະສົມແມ່ນຕອນເຊົ້າໆເພາະເປັນຊ່ວງທີ່ຮ່າງກາຍມີຄວາມພ້ອມ ແລະ ຮໍໂມນເພດຊາຍພຸ້ງສູງຫລາຍທີ່ສຸດ ຫຼື ຈະເປັນຊ່ວງເວລາກ່ອນນອນ ເພາະບໍ່ມີອັນໃດມາກົດດັນ
ອີກທັງຫລັງແລ້ວພາລະກິດກໍ່ຍັງສາມາດນອນກອດກັນຈົນຫລັບໄປພ້ອມກັນໄດ້ ແຕ່ການກໍາຫນົດເວລາອາດຈະບໍ່ໄດ້ຕອບໂຈດສໍາລັບຄູ່ຮັກທຸກຄູ່ສະເຫມີໄປ ດ້ວຍຄວາມຄຽດ ສະພາບຮ່າງກາຍທີ່ບໍ່ພ້ອມ ຫຼື ປັດໃຈອື່ນໆ ອາດເຮັດໃຫ້ເພດສໍາພັນຄັ້ງນັ້ນກາຍເປັນຊ່ວງເວລາອັນຂົມຂື່ນໄດ້ ດັ່ງນັ້ນ ເລື່ອງແບບນີ້ທັງສອງຄົນຕ້ອງຕົກລົງກັນໃຫ້ດີກ່ອນ