ວັນທີ່ 11 ທັນວາ 2019 ໂລກອອນໄລນ໌ ໄດ້ມີການເຜີຍແພ່ຄລິບຂອງໂຄໂຢຕີ້ ທີ່ໄປເຕ້ນຫນ້າໂລງສົບ ກ່ອນທີ່ຈະມີການເຜົາສົບໃນວັນດຽວກັນ
ໂດຍລາຢການທຸບໂຕ໊ະຂ່າວໄດ້ລົງພື້ນທີ່ໃນ ຈັງຫວັດ ສະມຸດສາຄອນ ຊຶ່ງໄດ້ຈັດງານສົບຂອງນາຍ ແບງຄ໌ ຫຣືອ ນາຍ ພາຄີໄນ ໄທວັດທະນາທຳ ຫລັງຈາກທີ່ນາຢແບງຄ໌ເສຍຊີວິດເມື່ອວັນທີ່ 5 ທັນວາ ທີ່ຜ່ານມາ ຈາກເຫດຂີ່ລົດຈັກຕຳເສົາໄຟຟ້າ
ດ້ານນາງ ເດືອນເພັຍ ໄທວັດທະນາທຳ ອາຍຸ 88 ປີ ຢ່າຂອງແບງຄ໌ ບອກວ່າ ກ່ອນທີ່ຈະເສຍຊີວິດ ນາຍແບງຄ໌ຂໍອານຸຍາດວ່າ ວັນຂຶ້ນປີໃຫມ່ນີ້ຈະໃຊ້ບ້ານຈັດງານລ້ຽງສ້າງສັນ 1 ຄືນ ຕົນກໍ່ຢາກໃຫ້ຫລານສະນຸກສະນານ ແຕ່ຫລານກລັບມາເສຍຊີວິດກ່ອນ
ພໍເຖິງງານສົບ ຈຶ່ງໄປບອກພໍ່ຂອງແບງຄ໌ ໃຫ້ຈັດໂຄໂຢຕີ້ເຕັ້ນໃຫ້ຫລານຈັກຄືນກ່ອນເຜົາ ແລະ ກໍ່ຢາກຝາກບອກແບງຄ໌ວ່າ ຢ່າມີໂຄໂຢຕີ້ໃຫ້ແລ້ວ ຂໍໃຫ້ຫລານມີຄວາມສຸກ ຢາກໄດ້ຫຍັງຢ່າກໍ່ຈັດໃຫ້ຫມົດແລ້ວ ຂໍໃຫ້ແບງຄ໌ຫລັບໃຫ້ສະບາຍ
ດ້ານ ນ.ສ. ເອ ອາຍຸ 33 ປີ ເອື້ອຍໃພ້ ເຜີຍວ່າ ຍາດໃຫ້ຈັດໂຄໂຢຕີ້ເຕັ້ນ ເພາະແບງຄ໌ເຄີຍບອກວ່າ ຖ້າຕາຍໄປແລ້ວຢາກໃຫ້ຈັດແບບນີ້ ບໍ່ຢາກໃຫ້ຄົນໃນງານເສົ້າ ອີກທັ້ງແບງຄ໌ຍັງເປັນຄົນສະນຸກສະນານເຮຮາ ການຈັດໂຄໂຢຕີ້ຄັ້ງນີ້ຈຶ່ງເປັນຄັ້ງສຸດທ້າຍທີ່ຢາກໃຫ້ແບງຄ໌ໄດ້ຮັບຮູ້ ໃນຂະນະທີ່ເຕັ້ນຢູ່ນັ້ນກໍ່ມີກີ່ນຫອມບາງຢ່າງລອຍວົນໃນງານ ຄອບຄົວເຊື່ອວ່ານ່າຈະເປັນການສົ່ງສັນຍານມາບອກວ່າມີຄວາມສຸກ ອີກທັ້ງໂຄໂຢຕີ້ທີ່ມາເຕັ້ນກໍ່ເປັນເພື່ອນກັນຫມົດ ຕອນທ້າຍໆ ຍາດພີ່ນ້ອງກໍ່ຍັງລຸກຂຶ້ນມາເຕັ້ນນຳ
ເບີ່ງຄລິບ