ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 5 ທັນວາ 2019 ວ່າ ຊາວເມືອງດັບບລິນ ໄອຣແລນ ນໍາເສື້ອກັນຫນາວມາວາງຕາມຈຸດຕ່າງໆທົ່ວເມືອງ ເພື່ອໃຫ້ຄົນໄຮ້ບ້ານໄດ້ນຳໄປໃຊ້ບັນເທົາຄວາມຫນາວ
ລາຍງານລະບຸວ່າ ທ່າມກາງອາກາດທີ່ເຢັນໃນລະດູຫນາວຂອງໄອຣແລນ ຊາວເມືອງດັບບລິນໄດ້ສະແດງນ້ຳໃຈດ້ວຍການນຳອຸປະກອນກັນຫນາວທີ່ບໍ່ໃຊ້ແລ້ວສະພາບດີ ທັງເສື້ອກັນຫນາວ ຖົງມື ຜ້າພັນຄໍ ນຳມາແຂວນ ແລະວາງໄວ້ທີ່ຂົວໃຈກາງເມືອງ ເພື່ອໃຫ້ຄົນບໍ່ມີບ້ານ ຫລືຜູ້ທຸກຍາກ ນຳໄປໃສ່ເພື່ອບັນເທົາຄວາມຫນາວ
ແນວຄິດນີ້ເລີ່ມຈາກ Facebook “Warm for Winter” ໂດຍມີເປົ້າຫມາຍເພື່ອຊ່ວຍຄົນໄຮ້ບ້ານໃນລະດູຫນາວ ໂດຍ ແພທຣິຄ ຟຣາຍເອີສ ແອດມິນເພຈ ຜູ້ເລີ່ມໂຄງການນີ້ລະບຸວ່າແມ່ນວ່າຈະເປັນພຽງເສື້ອກັນຫນາວໂຕດຽວກໍ່ໄດ້ ນຳມາວາງໄວ້ທີ່ໃດຈັກບ່ອນຫນື່ງທີ່ຄິດວ່າອາດມີຄົນຕ້ອງການ
“ເຮົາໄດ້ລວບລວມເຄື່ອງກັນຫນາວແລ້ວມາແຂວນໄວ້ທີ່ຂົວ ພ້ອມຊວນໃຫ້ຄົນອື່ນໆ ເຮັດແບບດຽວກັນ ຊື່ງນີ້ເປັນເລື່ອງງ່າຍໆທີ່ສະແດງນ້ຳໃຈຕໍ່ເພື່ອນມະນຸດດ້ວຍກັນ” ແພທຣິຄ ກ່າວ