ພໍ່ແລະແມ່ ພາລູກສາວ ດ.ຍ.ເອບ ຊື່ສົມມຸດ) ອາຍຸ 12 ປີ ເຂົ້າແຈ້ງຄວາມກັບ ພ.ຕ.ທ.ສາມາດ ເພິ່ງໄພສານ ສວ.(ສອບສວນ) ສພ.ສີຣີສັດຊະນາໄລ ຈ.ສຸໂຂໄທ ເມື່ອເວລາ10.00 ນ. (11 ພ.ຄ.63) ວ່າລູກສາວຖືກພະຂົ່ມຂືນກະທຳຊຳເລົາຕັ້ງແຕ່ທ້າຍປີ 62
ໂດຍແມ່ເດັກເລົ່າວ່າພາຍໃນຫມູ່ບ້ານມີຊາວບ້ານຕ່າງລືກັນວ່າ ດ.ຍ.ເອບ (ຊື່ສົມມຸດ) ລູກສາວຕົນ ຊຶ່ງຮູບຮ່າງສູງໃຫຍ່ເກິນໄວ ມີຄວາມສຳພັນກັບພະສົງ ອາຍຸ 47 ປີ ຮັກສາການເຈົ້າອາວາດວັດແຫ່ງຫນຶ່ງພາຍໃນຫມູ່ບ້ານ ແຕ່ແມ່ເດັກບໍ່ເຊື່ອ ຈຶ່ງສອບຖາມລູກສາວ ລູກສາວກັບປະຕິເສດວ່າບໍ່ເປັນຄວາມຈິງ ແຕ່ຂ່າວລືໃນຫມູ່ບ້ານກໍ່ຍິ່ງຫນາຫູຂຶ້ນເລື່ອຍໆ ແລະລູກສາວມີພິລຸດໂດຍມີໂທລະສັບເຂົ້າເຄື່ອງລູກສາວກາງເດິກ ແມ່ຂອງເດັກຈຶ່ງຈັບໂທລະສັບມາຮັບສາຍແລ້ວຟັງເສີຍໆ ປາກົດວ່າປາຍສາຍເປັນສຽງຜູ້ຊາຍເວົ້າແບບຊັກຊວນໃຫ້ເຂົ້າໄປຫາໃນວັດ ແມ່ເດັກຈຶ່ງກົດວາງຫູໄປ
ຈົນກະທັ່ງຕອນເຊົ້າຈຶ່ງຄົ້ນຄວາມຈິງຈົນລູກສາວຍອມຮັບວ່າ ຖືກພະອົງດັ່ງກ່າວຂົ່ມຂືນແທ້ ຕັ້ງແຕ່ທ້າຍເດືອນພຶດສະຈິກາປີ 62 ຫລັງຈາກເຂົ້າໄປຊ່ວຍວຽກໃນວັດແລ້ວຖືກພະຫລອກໃຫ້ເຂົ້າໄປໃນກຸຕິແລ້ວໃຊ້ກຳລັງປຸກປ້ຳຈົນສຳເລັດຄວາມໄຄ່ ແລ້ວເວົ້າຂົ່ມຂູ່ໄວ້ ຈຶ່ງບໍ່ກ້າເລົ່າໃຫ້ໃຜຟັງ ຈາກນັ້ນພະຍັງໂທມາຂົ່ມຂູ່ເອີ້ນໃຫ້ເຂົ້າໄປຫາແລະບັງຄັບຂົ່ມຂືນອີກ 4-5 ຄັ້ງ ໃນສວນຜົນລະໄມ້ແລະປ່າທ້າຍຫມູ່ບ້ານ ພໍ່ແມ່ເດັກຈຶ່ງໄດ້ນຳເລື່ອງໄປປຶກສາຜູ້ໃຫຍ່ບ້ານໃຫ້ພາມາແຈ້ງຄວາມເອົາເລື່ອງກັບພະອົງດັ່ງກ່າວ
ດ້ານຜູ້ໃຫຍ່ບ້ານ ມ.6 ຕ.ແມ່ສຳ ອ.ສິຣີສັດຊະນາໄລ ຈ.ສຸໂຂໄທ ເປີດເຜີຍວ່າ ພະອົງນີ້ມາຈຳພັນສາທີ່ວັດໃນຫມູ່ບ້ານມາ 13 ປີແລ້ວ ທຳອິດຊາວບ້ານກໍ່ນັບຖືດີ ແຕ່ລະຍະຫລັງໆບໍ່ຄ່ອຍມີໃຜຢາກຕັກບາດໃຫ້ ເນື່ອງຈາກມີຂ່າວລືວ່າພະມີພຶດຕິກຳລ່ວງລະເມິດທາງເພດເດັກໃນຫມູ່ບ້ານຊຶ່ງຕົນກັບຊາວບ້ານພະຍາຍາມຈອບຈັບໃຫ້ໄດ້ຄາຫນັງຄາເຂົາ ແຕ່ກໍ່ຍັງບໍ່ສຳເລັດຈົນກະທັ່ງພໍ່ແມ່ເດັກມາປຶກສາ ພ້ອມຫລັກຖານການແຊໄລ ໃນເຊີງຊູ້ສາວ ແລະຈົດຫມາຍຂຽນດ້ວຍລາຍມືອີກ 2 ສະບັບ ຈຶ່ງພາພໍ່ແມ່ແລະເດັກເດີນທາງມາແຈ້ງຄວາມເອົາຜິດກັບພະອົງດັ່ງກ່າວ ທີ່ ສພ.ສິຣີສັດຊະນາໄລ ຕໍ່ມາເຈົ້າຫນ້າທີ່ຕຳລວດໄດ້ສົ່ງຕົວ ດ.ຍ.ຜູ້ເສຍຫາຍໄປກວດຮ່າງກາຍທີ່ໂຮງພະຍາບານ ແລະພາໄປຊີ້ຈຸດເກີດເຫດ
ຂະນະທີ່ເຈົ້າຫນ້າທີ່ຕຳລວດຊຸດສືບສວນ ສພ.ສິຣີສັດຊະນາໄລ ນຳໂດຍ ພ.ຕ.ທ.ວໍລະວິດ ຄົດຊະໄກ ຮອງຜກກ.ສສ. ໄດ້ໄປທີ່ວັດເພື່ອເຊີນພະອົງດັງກ່າວມາສອບຖາມ ແຕ່ຜູ້ຕ້ອງຫາໄຫວຕົວຫລົບຫນີໄປຊ່້ນຕົວທີ່ຫ້າງນາ ເຈົ້າຫນ້າທີ່ຈຶ່ງໄດ້ເຂົ້າທຳການຄວບຄຸມຕົວ ພະສອງເມືອງ ມາສອບປາກຄຳ ພະສອງເມືອງ ໃຫ້ການຮັບສາລະພາບວ່າກໍ່ເຫດແທ້ ເຈ້າຫນ້າທີ່ຈຶ່ງແຈ້ງຂໍ້ກ່າວຫາກະທຳຊຳເລົາເດັກອາຍຸບໍ່ເກິນ 13 ປີໂດຍເດັກນັ້ນຈະຍິນຍອມຫລືບໍ່ກໍ່ຕາມ ພາກຜູ້ເຍົາອາຍູບໍ່ເກີນ 15 ປີຈາກບິດາມານດາເພື່ອການອານາຈານ ພ້ອມຄວບຄຸມຕົວສົ່ງພະນັກງານສອບສວນ ສພ.ສິຣີສັດຊະນາໄລ ເພື່ອດຳເນີນຄະດີຕາມກົດຫມາຍຕໍ່ໄປ