ສຸດຫົດຫູ່ ແມ່ລູກຖືກສັງຫານດ້ວຍຂອງມີຄົມ

ສຸດຫົດຫູ່ ແມ່ລູກຖືກສັງຫານດ້ວຍຂອງມີຄົມ

ສັງຄົມນີ້ຢູ່ຍາກຂຶ້ນທຸກມື້, ເຫດສະເທືອນຂວັນເກີດຂຶ້ນຢູ່ຕະຫຼອດ, ຫຼ້າສຸດ ເກີດເຫດສອງແມ່ລູກຖືກທໍາຮ້າຍດັບປິດສະໜາຢູ່ພາຍໃນເຮືອນຂອງຕົນເອງ ດ້ານຜູ້ເປັນຜົວແລ່ນອອກມາບອກຊາວບ້ານວ່າທັງສອງແມ່ລູກແມ່ນຖືກຄາຕະກໍາ.

ລາຍງານຈາກປະຊາຊົນໃຫ້ຮູ້ວ່າ: ໃນເວລາ 10 ໂມງ ຂອງວັນທີ 22 ກໍລະກົດ 2020 ມີຜົວແລ່ນອອກຈາກເຮືອນມາແຈ້ງບ້ານວ່າມີຄົນຄາຕະກໍາເມຍ ແລະລູກຕົນເອງ ເສຍຊີວິດ ເຊິ່ງເຫດການດັ່ງກ່າວແມ່ນເກີດຂຶ້ນຢູ່ບ້ານ ທ່າພະລານໄຊ ຫຼັກ 4, ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ຕອນນີ້ຕຳຫຼວດໄດ້ສົງໄສຜູ້ເປັນຜົວຄືຄາຕະກອນ ຈຶ່ງຮີບຄຸມຕົວຜົວໄວ້ສືບສວນ.

ແນວໃດກໍ່ຕາມ ເຫດການດັ່ງກ່າວຍັງບໍ່ມີລາຍລະອຽດຫຍັງຊັດເຈນ ແລະ ຍັງບໍ່ສາມາດລະບຸໄດ້ວ່າໃຜຄືຄາຕະກອນຕົວຈິງ, ດັ່ງນັ້ນ ໃຫ້ທຸກຄົນຕິດຕາມຂ່າວໃຫ້ດີ ແລ້ວແອັດຈະມາລາຍງານຄວາມຄືບໜ້າເພີ່ມຕື່ມ.

ສາລະໜ້າຮູ້