ເປັນເລື່ອງລາວເຕືອນສັງຄົມ ພ້ອມເປັນອຸທາຫອນໃຫ້ກັບແມ່ຍິງທັງຫຼາຍ ໃນການລະມັດລະວັງຕົນເອງ ທັງເຄື່ອງໃຊ້ສ່ວນຕົວ ສະລິບ, ເສື້ອຊ້ອນຕ້ອງມ້ຽນໃຫ້ດີ ບໍ່ດັ່ງນັ້ນ ອາດໂຊກຮ້າຍຄືສາວໜ້າຮັກຄົນນີ້ ທີ່ຖືກໜຸ່ມໂລກຈິດ ແອບມັກ ແຕ່ເຮັດຫຍັງບໍ່ໄດ້ຈຶ່ງລັກສະລິບເສື້ອຊ້ອນຂອງສາວຜູ້ນີ້ໄປໄວ້ເບິ່ງຕາງໜ້າ ພ້ອມອ້າງເຫດຜົນວ່າເປັນຮັກແຮກພົບ.
ລັກສະລິບແລະເສື້ອຊ້ອນ
ເລື່ອງລາວທີ່ແອັດມິນກ່າວມາຂ້າງເທິງແມ່ນເກີດຂຶ້ນທີ່ປະເທດໄທ ໃນວັນທີ 10 ສິງຫາ 2020 ທີ່ຜ່ານມາ ຢູ່ຈັງຫວັດນົນທະບູລີ ຕໍາຫຼວດເຊີນຕົວນາງສາວ ແຍມ(ນາມສົມມຸດ) ອາຍຸ 28ປີ ມາເບິ່ງຫຼັກຖານ ສະລິບເສື້ອຊ້ອນ ຫຼັງຕໍາຫຼວດຝ່າຍສືບສວນຈັບກຸມ ທ້າວ ທະນາ ອາຍຸ 39 ປີ ພ້ອມຂອງກາງ ຫຼັງສືບໄດ້ວ່າເປັນຄົນຮ້າຍບຸກລັກສະລິບເສື້ອຊ້ອນຂອງນາງສາວ ແຍມ ເຊິ່ງຜູ້ກ່ຽວຢືນຢັນວ່າເປັນຂອງຕົນເອງແທ້.
ຈັບໄດ້ຄາໜັງຄາເຂົາ
ຫຼັງສອບສວນທ້າວທະນາ ໄດ້ຄວາມວ່າ ຕົນເອງໄປກິນເຫຼົ້າກັບໝູ່ຢູ່ເຮືອນ ແລ້ວເຫັນນາງສາວແຍມ ຈຶ່ງແອບມັກທັນທີ ມື້ເກີດເຫດຕົນຍ່າງມາຈາກຕະຫຼາດກັບເຮືອນແລ້ວພົບສະລິບເສື້ອຊ້ອນຕາກຢູ່ ຈຶ່ງຍ່າງວົນໄປມາຈົນແນ່ໃຈວ່າບໍ່ມີໃຜເຫັນ ຈາກນັ້ນຈຶ່ງເຂົ້າໄປລັກເຄື່ອງທີ່ຕາກຢູ່ໄປໝົດເລີຍ ພ້ອມອ້າງວ່າຕົນເອງມັກນາງສາວແຍມຕັ້ງແຕ່ຄັ້ງທໍາອິດທີ່ເຫັນ ຈຶ່ງຕັດສິນໃຈເຂົ້າໄປລັກສະລິບເສື້ອຊ້ອນໄວ້ເບິ່ງແທນໜ້າ