“ບາສີສູ່ຂວັນ”ຮີດຄອງປະເພນີຂອງຄົນລາວເຮົາຄວນຮູ້

“ບາສີສູ່ຂວັນ”ຮີດຄອງປະເພນີຂອງຄົນລາວເຮົາຄວນຮູ້

“ບາສີ” ເປັນພິທີການໜື່ງຂອງປະເພນີລາວ ເຊິ່ງມັກເອີ້ນວ່າ”ສູ່ຂວັນ” ການຈັດບາສີເພື່ອສະເຫຼີມສະຫຼອງເຫດການ ຫຼື ວັນສຳຄັນຕ່າງໆ ໂດຍສະເພາະແມ່ນວັນທີ່ມີຄວາມໝາຍຂອງເຈົ້າພາບຜູ້ທີ່ຈັດພິທີ ເຊັ່ນ: ໃນວັນປີໃໝ່ລາວ, ສູ່ຂວັນນາກກ່ອນຈະເຂົ້າວັດ, ຮັບຂວັນຄົນທີ່ຟື້ນຈາກການເຈັບເປັນໃໝ່ໆ ,ພິທີແຕ່ງດອງ, ຂື້ນເຮືອນໃໝ່, ເດັກເກີດໃໝ່ ຫຼືອອກກຳ, ຕ້ອນຮັບແຂກບ້ານແຂກເມືອງຫຼືພີ່ນ້ອງທີ່ເດີນທາງມາແຕ່ໄກເພື່ອມາຢ້ຽມຢາມ ຫຼືກຳລັງຈະເດີນທາງຈາກໄປໄກ

ການຈັດພິທີບາສີສູ່ຂວັນໃດກໍໄດ້ຕະຫຼອດປີ ແຕ່ໂດຍສ່ວນໃຫຍ່ແລ້ວຈະອີງຕາມການຄິດໄລ່ຂອງຜູ້ເຖົ້າຜູ້ແກ່ ເພື່ອຫາມື້ສັນວັນດີ ເຊິ່ງອີງຕາມປະຕິທິນຈັນທະຄະຕິຄືອີງຕາມເດືອນແຮມຫຼືເດືອນອອກໃໝ່ ສ່ວນຫຼາຍມັກຈັດຂື້ນກ່ອນທ່ຽງ ຫຼືກ່ອນຕາເວັນຕົກດິນເພາະມີຄວາມເຊື່ອວ່າຊີວິດຈະໄດ້ຮຸ່ງເຮືອງບໍ່ທົດຖອຍລົງ. ຄວາມໝາຍຂອງການຈັດບາສີສູ່ຂວັນມີຄື ປະຊາຊົນລາວເຊື່ອວ່າ ທຸກຄົນເກີດມາຕ້ອງມີອະໄວຍະວະຄົບຖ້ວນ 32ປະການ ພ້ອມທັງມີຂວັນປະຈຳຢູ່ນຳແຕ່ລະສ່ວນ ຈື່ງຖືວ່າເປັນຄົນທີ່ສົມບູນແຂງແຮງທັງກາຍແລະຈິດໃຈ ຖ້າອະໄວຍະວະໃດໜື່ງຫາກຫາຍຫຼືອອກໄປຈາກທີ່ອື່ນ ກໍອາດເຮັດໃຫ້ຄົນໆນັ້ນບໍ່ສະບາຍ ເຈັບໄຂ້ໄດ້ປ່ວຍ ຫຼືອາດໄດ້ຮັບເຄາະຮ້າຍ ບໍ່ມີໂຊກ

ດັ່ງນັ້ນ ການສູ່ຂວັນຈື່ງເປັນພິທີໜື່ງທີ່ເອີ້ນຂວັນຄືນມາສູ່ພາກສ່ວນຕ່າງໆຂອງຮ່າງກາຍຢ່າງຄົບຖ້ວນ ເພື່ອໃຫ້ຄົນໆນັ້ນມີສຸຂະພາບແຂງແຮງ, ມີໂຊກໄຊ, ມີຄວາມສຳເລັດໃນການປະຕິບັດວຽກງານ, ມີຄວາມປອດໄພໃນການເດີນທາງ. ເຄື່ອງປະກອບໃນງານບາສີມີ: ພາຂວັນ, ເຂົ້າຕົ້ມ, ເຂົ້າໜົມ, ໄຂ່ຕົ້ມ, ໄກ່ຕົ້ມ, ເຫຼົ້າ, ນ້ຳ ແລະຕິບເຂົ້າ. ການກະກຽມພາຂວັນ ສ່ວນຫຼາາຍແມ່ນຜູ້ເຖົ້າຜູ້ແກ່ ເຊິ່ງເລີ່ມດ້ວຍການຫຍິບໝາກເບັງຈາກໃບຕອງກ້ວຍ ເຊິ່ງເພີ່ນນຳມາຈີບເປັນຮູບລັກສະນະສາມຫຼ່ຽມຫຼາຍໆອັນແລ້ວຫຍິບຄັດຕິດແລະຊ້ອນເຫຼື່ອມກັນໃຫ້ເປັນຮູບຈວຍຕາມຂະໜາດທີ່ຕ້ອງການແລ້ວເອ້ດ້ວຍດອກໄມ້ຫຼາກຫຼາຍຊະນິດແລະເປັນໃບໄມ້ທີ່ເປັນມຸງຄຸນ. ນອກຈາກນັ້ນເພີ່ນຍັງເອົາຝ້າຍສີຂາວມາຮ້ອຍຮຽງເປັນແຖວໃສ່ໄມ້ດິ້ວນ້ອຍໆແລະປັກສຽບໃສ່ໝາກເບັງແລະຝ້າຍຂາວເສັ້ນຍາວຈຳນວນໜື່ງພາດໃສ່ຈອມໝາກເບັງ ຝ້າຍຂາວນີ້ເພີ່ນເອີ້ນວ່າ:

“ຝ້າຍຜູກແຂນ” ຊົນເຜົ່າລາວລຸ່ມຖືວ່າສີຂາວແມ່ນສະແດງເຖິງຄວາມສົດໃສ, ບໍລິສຸດຜຸດຜ່ອງ. ຢູ່ທີ່ຈອມໝາກເບັງມີທຽນໄຂມັດຕິດຢູ່ ໝາກເບັງທີ່ເອ້ແລ້ວແມ່ນມາຕັ້ງເທິງໂອທີ່ມີເຂົ້າສານບັນຈຸຢູ່ແລະມີແກ້ວເຫຼົ້າຂາວຫຼືເຫຼົ້າຊະນິດອື່ນກໍ່ໄດ້ຕັ້ງຢູ່ກາງ ແລະພາຂວັນມາວາງໃສ່ໃຈກາງພານຫຼືພາເຂົ້າໄມ້ ທີ່ປູດ້ວຍແຜ່ນຜ້າທີ່ສວຍງາມເທິງພາເຂົ້າຈະມີຖ້ວຍນ້ອຍ4ຫາ6ໃບ ວາງອ້ອມຢູ່ເພື່ອໃສ່ໄຂ່ຕົ້ມ, ເຂົ້າໝົມແລະໝາກໄມ້ ຢູ່ຂ້າງໆພາຂວັນມີໄກ່ຕົ້ມ ເອີ້ນວ່າ: “ໄກ່ຂວັນ” ພາບາສີມີຫຼາຍແບບແຕ່ສວ່ນໃຫຍ່ແລ້ວ ພາບາສີຄົນລາວທົ່ວໄປຈະມີ4ຫາ6ຊໍ່ ປະດັບອອກທາງຂ້າງ ແລະທັງໝົດຈຶ່ງປະດັບດ້ວຍດອກໄມ້ ເມື່ອພາຂວັນພ້ອມແລ້ວ

ທຸກຄົນກໍຖືຜ້າບ່ຽງພາດບ່າມານັ່ງອ້ອມພາຂວັນ ຜູ້ທີ່ນຳພາພິທີສູ່ຂວັນເອີ້ນວ່າ: “ໝໍພອນ” ທາງໜ້າໝໍພອນມີຂັນ ພ້ອມບ້າງທີ່ເຮັດດ້ວຍໃບຕອງ ໃສ່ດອກໄມ້1ຄູ່ ທຽນ1ຄູ່ ແລະເງິນຈຳນວນໜື່ງ ຕາມແຕ່ເຈົ້າສັດທາ ພ້ອມດ້ວຍຈອກເຫຼົ້ານ້ອຍ1ອັນ. ໝໍພອນກ່າວຄຳຄ້າຍຄຳເທດ ເຊິ່ງມີເນື້ອໃນສຳຄັນກໍຄືເອີ້ນຂວັນ ເມື່ອໝໍພອນກ່າວສິ້ນສຸດແລ້ວກໍໃຊ້ຜູກແຂນຜູກໃຫ້ຜູ້ທີ່ຖືກສູ່ຂວັນນັ້ນກ່ອນ ໂດຍວາງເຂົ້າຕົ້ມ, ເຂົ້າໜົມ ແລະ ໄກ່ຂວັນໃສ່ໃນມືຜູ້ນັ້ນ ແລະຄົນອື່ນກໍຜູກຕາມ ຫຼັງຈາກພິທີສູ່ຂວັນຈົບແລ້ວ ຄອບຄົວກໍຍົກພາຂວັນໄປບໍລິເວນເທິງຫົວບ່ອນນອນເປັນເວລາສາມວັນ ເພື່ອເປັນສິລິມຸງຄຸນ

ທີ່ມາ: ບີ້ ເສີມຄວາມງາມ

ຂ່າວທົ່ວໄປ ສາລະໜ້າຮູ້