ຈາກຜູ້ໃຊ້ເຟສບຸກທ່ານໜຶ່ງໄດ້ໂພສໃນວັນທີ 20.12.2019 ວ່າ:
ດຽວນີ້ ຊິກິນຫຍັງກະໃຫ້ລະວັງກັນແນ່ເດີ ພີ່ນ້ອງເອີຍ.ຊື້ຫມາກໂມມາແຕ່ຕະຫລາດນາວຽງຄຳ ເມືອຫລວງພະບາງ ນະຄອນຫລວງພະບາງ
ລູກສາວຢາກກິນ ກ່ອນຊື້ກະຖາມແລ້ວ ວ່າຫມາກໂມນີ້ມາທາງໃດ ແມ່ຄ້າຕອບວ່າຫມາກໂມ ມາແຕ່ໄທ ຫມາກໂມຈິນຕະຫລາ ໃຈແທ້ກະບໍ່ຢາກຊື້ໃຫ້ກິນ
ແຕ່ລູກສາວຢາກຫລາຍເລີຍຊື້ ກະຄິດວ່າຊິບໍ່ເປັນຫຍັງ ບາດເອົາມາປາດໃຫ້ກິນແລ້ວ ບໍ່ຮອດສີບນາທີ ສົບລາວໂປ ຄືດັ່ງໃນຮູບ
ເຫັນສົບລູກສາວແລ້ວບໍ່ຮູ້ວ່າຊິຫົວ ຫລືຊິໃຫ້.ດູຕົນລູກສາວ.ລະວັງກັນແນ່ເດີ.ຕອນນີ້ເຈີກັບໂຕເອັງແທ້ໆ
ທີ່ມາ: