ທ່ານ ມຸນ ຊອງ-ອິນ ທີ່ປຶກສາດ້ານນະໂຍບາຍການຕ່າງປະເທດຂອງທ່ານ ມູນ ແຈ-ອິນ ປະທານປະເທດເກົາຫຼີໃຕ້ ໄດ້ໃຫ້ສຳພາດກັບສະຖານີໂທລະພາບ CNN ຂອງ ສ.ອາເມຣິກາ ທ່າມກາງກະແສຂ່າວຊ່າລືຕ່າງໆນາໆກ່ຽວກັບທ່ານ ຄິມ ຈອງ-ອຶນ ວ່າຈຸດຢືນຂອງລັດຖະບານເກົາຫຼີໃຕ້ຄືຂໍຢືນຢັນຕາມເດີມວ່າ ຜູ້ນຳສູງສຸດຂອງເກົາຫຼີເໜືອຍັງມີຊີວິດຢູ່ ແລະ ສະບາຍດີ.

ເຊິ່ງເມື່ອຕົ້ນອາທິດທີ່ຜ່ານມາ ສຳນັກຂ່າວອອນລາຍ Daily NK ລາຍງານວ່າທ່ານ ຄິມ ຈອງ-ອຶນ ເຂົ້າຜ່າຕັດຫຼອດເລືອດຫົວໃຈ ເມື່ອວັນທີ 12 ເມສາ ທີ່ຜ່ານມາ ເຖິງຈະລາຍງານວ່າຜູ້ນຳສູງສຸດຂອງເກົາຫຼີເໜືອກຳລັງພັກຟື້ນ, ແຕ່ CNN ເປັນສື່ແຫ່ງທຳອິດທີ່ລົງຂ່າວວ່າ ຜູ້ນຳເກົາຫຼີເໜືອມີອາກາດທີ່ໜັກໜ່ວງຮຸນແຮງ
ເຖິງຢ່າງກໍ່ຕາມ, ເກົາຫຼີເໜືອບໍ່ໄດ້ອອກມາສະແດງຈຸດຢືນຕໍ່ກະແສຂ່າວດັ່ງກ່າວຈາກໂລກພາຍນອກ ໂດຍສະເພາະທີ່ມາຈາກສື່ຕາເວັນຕົກ.