ສາວຊົມພູ່ ກ່ອນບ່າຍ ດາລາຕະຫຼົກທັງເປັນພິທີກອນຊື່ດັງຂອງເມືອງໄທ ຈາກສາວຄົນທຳມະດາ ກາຍເປັນລູກທີ່ສາມາດຕອບແທນຄຸນພໍ່ແມ່ ເປັນເອື້ອຍທີ່ສ້າງນ້ອງໃຫ້ມີອະນາຄົດ ແລະກຳລັງຈະເປັນແມ່ຄົນໃນໄວໆນີ້ ທີ່ສຳຄັນໄດ້ມີເຮືອນຢູ່ເປັນຫຼັງທີ5 ແລ້ວ ທັ້ງໝົດລ້ວນມາຈາກນ້ຳພັກນ້ຳແຮງ
ຕອນນີ້ສາວຊົມພູ່ກ່ອນບ່າຍ ກຳລັງສ້າງເຮືອນໃຫຍ່ຫຼັງທີ 5 ທີ່ຄາດວ່າຈະເປັນເຮືອນຢູ່ຖາວອນໃນອະນາຄົດເນື່ອງຈາກເປັນຜົນງານຄວາມຕັ້ງໃຈຂອງສາວຊົມພູ່ກັບສາມີຮ່ວມແຮງຮ່ວມໃຈກັນຫາເງິນສ້າງ.
ສາວຊົມພູ່ ໂພສລົງໃນໄອຈີສ່ວນຕົວວ່າ: ຊົມພູ່ເກີດມາໃນຄອບຄົວທີ່ບໍ່ໄດ້ລ້ຳລວຍ ສະນັ້ນສິ່ງທີ່ເຮັດມາຕະຫຼອດຊີວິດຄືຕ້ອງເກັບອອມ ແລະອົດທົນໃຫ້ຫຼາຍໆ ພະຍາຍາມສ້າງທຸກຢ່າງໃຫ້ຄອບຄົວ ແລະກໍ່ມີຫຼາຍໆຢ່າງທີ່ພູມໃຈໃນຄວາມຕັ້ງໃຈຂອງຕົນ
ໂດຍທີ່ຜ່ານມາສາວຊົມພູ່ໄດ້ສ້າງເຮືອນ1 ຫຼັງຢູ່ຊົນບູລີ ໃຫ້ແມ່ເຖົ້າ(ແມ່ຂອງແມ່) ແລະສ້າງຫຼັງທີ2ໃຫ້ພໍ່ແມ່ທີ່ບາງແສນ, ສ້າງອີກຫຼັງທີກຸງເທບເພື່ອໄວ້ເປັນອະນາຄົດຂອງນ້ອງຊາຍ, ສ່ວນຕົນເອງ ແລະສາມີກໍ່ຢູ່ໃນເຮືອນອີກຫຼັງທີ່ກຸງເທບ ແຕ່ຈະໄວ້ເຮັດທຸລະກິດຈິ່ງຕ້ອງສ້າງໃໝ່ອີກຫຼັງໃຫ້ຄອບຄົວໄດ້ຢູ່ຕະຫຼອດໄປ.
ສິ່ງທີ່ສາວຊົມພູ່ພາກພູມໃຈສຸດຄື ແມ່ເຖົ້າ, ພໍ່ແມ່ ແລະນ້ອງໄດ້ທີທີ່ພັກອາໄສເປັນຂອງຕົນເອງແລ້ວ, ຕົນໄດ້ຊື້ລົດໃຫ້ນ້ອງ, ຊື້ໃຫ້ແມ່ ແລະໃຫ້ໂຕເອງ ຈາກນີ້ກໍ່ສາມາດຊ່ວຍນ້ອງຮຽນຈົນຈົບໃຫ້ເຂົາຊ່ວຍຕົນເອງໄດ້ໃນການທຳມາຫາກິນຕໍ່ໄປ!
ເຫັນສາວຊົມພູ່ທຸກຄັ້ງຄືຈັ່ງວ່າສົດໃສຕະຫຼອດທີ່ຈີງກໍ່ຖືກນິນທາຄືກັນກັບຄົນທົ່ວໆໄປນີ້ລະ ຕ່າງແຕ່ວ່າຊົມພູ່ບໍ່ຄ່ອຍສົນໃຈໃນເລື່ອງລາວທີ່ຄົນນອກເວົ້າອອກມາ ແລະຕ້ອງພະຍາຍາມໃຫ້ໜັກກວ່າເກົ່າ ເພື່ອກ້າວສູ່ຄວາມສຳເລັດແບບງຽບໆດ້ວຍຕົນເອງ